ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມ ປັອກຕູຍການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ປັອກຕູຍການ ເສີມຂະຫຍາຍບົດບາດແມ່ນສະມາຊິກ ອີຢູ ຊຸກຍູ້ການຮ່ວມມືການຄ້າ ແລະ ການເຊື່ອມຕໍ່ລະຫວ່າງ 2 ອົງການພາກພື້ນ ແມ່ນ ອາຊຽນ ແລະ ອີຢູ
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມ ປັອກຕູຍການ - ảnh 1 ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ Eduardo Ferro Rodrigues

 

ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ປັອກຕູຍການ, ວັນທີ 26 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ Eduardo Ferro Rodrigues; ພົບປະກັບທ່ານລັດຖະມົນຕີກະຊວງແຮງງານ, ອົງການຈັດຕັ້ງມະຫາຊົນ ແລະ ສະຫວັດດີການສັງຄົມ José António Vieira Da Silva.

        ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືກັບ ປັອກຕູຍການ ເປັນສຳຄັນ. ການຢ້ຽມຢາມຄັ້ງນີ້ ດ້ວຍການເຂົ້າຮ່ວມຂອງກຸ່ມບໍລິສັດເສດຖະກິດແຖວໜ້າຂອງ ຫວຽດນາມ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນເສດຖະກິດ, ການຄ້າກັບ ປັອກຕູຍການ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ປັອກຕູຍການ ເສີມຂະຫຍາຍບົດບາດແມ່ນສະມາຊິກ ອີຢູ ຊຸກຍູ້ການຮ່ວມມືການຄ້າ ແລະ ການເຊື່ອມຕໍ່ລະຫວ່າງ 2 ອົງການພາກພື້ນ ແມ່ນ ອາຊຽນ ແລະ ອີຢູ, ຊຸກຍູ້ ອີຢູ ເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ