ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ນິງບິ່ງ

(VOVWORLD) -ຕອນເຊົ້າວັນທີ 09 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມ ວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງບິ່ງທ້ວນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ).

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ນິງບິ່ງ - ảnh 1 ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ນິງບິ່ງ

(ພາບ: VGP)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຢື້ຢາມຖາມຂ່າວບັນດາແມ່ຫວຽດນາມ ວິລະຊົນ, ລະດົມກຳລັງໃຈແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາແຂ່ງຂັນອອກແຮງງານເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ບື່ນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງໂດຍໄວ…  ເນື່ອງໃນໂອກາດບຸນເຕັດ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ມອບຂອງຂວັນ 50 ພູດ (ແຕ່ລະພູດມີມູນຄ່າ 3 ລ້ານດົ່ງ) ໃຫ້ແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວຊາວເຜົ່າສ່ວນໜ້ອຍຢູ່ແຂວງນິງທ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ