ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມບັນດາກອງປະຊຸມກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ27

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມບັນດາກອງປະຊຸມກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ27 - ảnh 1
ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​
ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບປະກອບ)

(vovworld) – ​​ ວັນ​ທີ 20/11 ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ນຳ​ໜ້າ, ​ເຂົ້າ​ຮ່ວມ ​ແລະ ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​ຢູ່​ບັນດາ​ກອງ​ປະຊຸມກຽມ​ໃຫ້​ກອງ​ປະຊຸມຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ບັນດາກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນ​ຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ທີ່​ບັນດາ​ກອງ​ປະຊຸມ​ນີ້, ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສະ​ເໜີ ອາ​ຊຽນ ຄວນ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025 ​ແລະ ບັນດາ​ແຜນການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ​​ໃນ 3 ​ເສົາ​ຄ້ຳ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກໍ​ສະ​ເໜີ ອາ​ຊຽນ ສະຫງວນ​ບຸລິ​ມະ​ສິດ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ແຜນ​ການ​ສັງ​ລວມ​ເຊື່ອມ​ຕໍ່ ອາ​ຊຽນ ​ແລະ ຂໍ້​ລິ​ເລີ່​ມຮ່ວມ​ສຳພັນ ອາ​ຊຽນ (IAI) ກ່ຽວ​ກັບ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ການສ້າງ​ບັນຊີ​ລາຍ​ຊື່​ບັນດາ​​ໂຄງການ​ບຸລິມະສິດ​​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ບັນດາ​ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແບ່ງປັນ​ບັນດາ​ການ​ຜັນ​ແປ​ຢ່າງສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ເໜີ ອາ​ຊຽນ ຄວນ​ສືບ​ຕໍ່​ສະ​ແດງ​ລັກສະນະ

​ລວ​ມ ​ແລະ ບົດບາດ​ເປັນ​ເຈົ້າ​ການ​ໃນ​ບັນຫາ​ນີ້ ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ​ປອດ​ໄພ​​ໃນການ​​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ໜັກ​​ເຖິງ​​ເລື່ອງເຄົາລົບ​ບັນດາ​ຫລັກ​ຖານ​ຂອງ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 (UNCLOS), ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ນຳ​ໃຊ້​ກຳລັງ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສຳ​ເລັດ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ການ​ພົບ​ປະ 2 ຝ່າຍ​ກັບ ທ່ານ Vivian Balakrishnan ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ສິງກະ​ໂປ.

ຂ່າວ/ບົດ​ອື່ນ