ຮອງນາຍົກລັດຖະມົນຕີຟ້າມບິ່ງມິນຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດMd.ShahabUllah

ຮອງນາຍົກລັດຖະມົນຕີຟ້າມບິ່ງມິນຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດMd.ShahabUllah - ảnh 1
ທ່ານ​ຮອງນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິນ

(vovworld) - ​ວັນ​ທີ 15/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ເອກ​ອັກຄະ​ລັດຖະທູດປະ​ເທດ ບັງ​ກະລາ​ເຫດ Md. Shahab Ullah ​ເນື່ອງ​ໃນ​​ໂອກາດ​ເລີ່​ມປະຕິບັດ​ໜ້າ​ທີການ​ທູ​​ດຢູ່ ຫວຽດນາມ. ທ່ານ​ຮອງນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິນ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ບັງ​ກະລາ​ເທດ ​​ເວົ້າ​ສະ​ເພາະ  ​ແລະ ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​​ໃຕ້​ເວົ້າ​ລວມ. ທ່ານ ຟ້າ​ມບິ່ງ​ມິນ ສະ​ເໜີ​ໃຫ້ 2 ຝ່າຍ ຕັ້ງໜ້າ​ສົມທົບກັນ​ ​ເພື່ອ​ຜັນ​ຂະ​ຫຍາຍ​ບັນດາ​ຂໍ້​ຕົກລົງ​​ທີ່ໄດ້ຮັບ​ການ​ລົງ​ນາມ​ແລ້ວ​​ ກໍ​ຄື​ໝາກຜົນ​ຕ່າງໆ​ ທີ່​ບັນລຸ​​ໃນການ​ຢ້ຽມຢາມ ຫວຽດນາມ ຂອງທ່ານ​ນາຍົກລັດຖະມົນຕີ ບັງ​ກະລາ​ເທດ Sheikh Hasina ​ເມື່ອ​ເດືອນ 11/2012 ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ; ຂຸດ​ຄົ້ນ​ບັນດາ​ຄວາມ​ສາ​ມາດ​ບົ່ນຊ້ອນການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶດສາ, ການ​ຮ່ວມມື​ດ້ານ​ເຕັກ​ນິກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກ​ະພາບ​ຈະ​ຕັ້ງໜ້າສົມທົບ​ກັນ​, ຮ່ວມ​ມື​ເພື່ອ​ກະກຽມ​ໃຫ້ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ບັງ​ກະລາ​ເທດ Abdul Hamid ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ້​ນຊາງ.

ຂ່າວ/ບົດ​ອື່ນ