ຮອງນາຍົກລັດຖະມົນຕີລາວ ອາຊາງລາວລີ ໃຫ້ການຕ້ອນຮັບ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ

ຮອງນາຍົກລັດຖະມົນຕີລາວ ອາຊາງລາວລີ ໃຫ້ການຕ້ອນຮັບ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ - ảnh 1
(ພາບ:VOV)

(vovworld)- ຕອນ​ເຊົ້າວັນ​ທີ 4/6, ຢູ່​ນະຄອນຫຼວງວຽງ​ຈັນ-​ປະ​ເທດລາວ, ທ່ານ​ອາຊາ​ງ ລາວ​ລີ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີລາວ  ​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໂດຍ​ທ່ານ​ບຸ່ຍ​ແທງ​ທູ ຮອງ​ຫົວໜ້າ​ຄະນະ​ປະຈຳຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອນຳ​ໜ້າ. ທ່ານຮອງ​ນາຍົກລັດຖະ ມົນຕີລາວ  ​ໄດ້​ຕີ​ລາຄາ​ສູງ​ການ​ໄປ​ປະຕິບັດ​ງານ​ຂອງ​ຄະນະ ​ແລະ ຢືນຢັນ​ວ່າ: ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອຫວຽດນາມ ມີ​ທີ່​ຕັ້ງຍຸດ​ທະ​ສາດ​ສຳຄັນ​ທີ່​ສຸດ, ມີ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຈຳນວນ​ຫຼາຍ ​ແລະ ມີ​ສາຍ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ປະຊາຊົນ​ລາວ​ບັນດາ​ເຜົ່າ. ​ໃນ​​ໄລຍະ​ຜ່ານ​ມາ, ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ລາວ, ​ປະ​ຕິ​ບັດ​ວຽກ​ງານ​ໂຄສະນາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ສອງ​ພັກ, ສອງ​ລັດ​ເປັນ​ຢ່າງ​ດີ, ນຳ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ແລະ ບັນດາ​ໂຄງ​ການ​ມາ​ຊ່ວຍ​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ພ້ອມ​ກັນ​ພັດທະນາ. ທ່ານຮອງ​ນາຍົກລັດຖະມົນຕີລາວ  ​ປາດ​ຖະໜາ​ວ່າ: ຄະນະ​ຊີ້​ນຳເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອຫວຽດນາມ  ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ລາວ ຈະ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

    ກ່ອນໜ້ານນັ້ນ, ທີ່​ກອງ​ປະຊຸມ​ເພີ່ມ​ທະວີ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​​ລະຫວ່າງ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ລາວ ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 3/6 ຢູ່​ນະຄອນຫຼວງວຽງ​ຈັນ ປະ​ເທດ​ລາວ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ໃນ​ປີຜ່ານມາ, ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຂໍ້​ສະດວກ, ຄວາມ​ຫຍຸ້ງຍາກ​ກໍ່​ຄື​ປະສິດທິ​ຜົນ​ຂອງ​ສອງ​ຫົວໜ່ວຍ​ໃນ​ວິວັດ​ການລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ ພັດທະນາ​ເສດຖະກິດ​ເຂດ​ຈຸດ​ສຸມ​ຂຶ້ນ​ກັບ​ບັນດາ​ແຂວງ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເມກ ພັນ​ຫລັກ ຮອງ​ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ລັດຖະບານ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ຢູ່​ບັນດາ​ແຂວງ​ຂອງ​ສອງ​ປະ​ເທດ​ມີ​ເສັ້ນຊາຍ​ແດນ​ຮ່ວມທີ່​ບັລຸບັນດາ​ປະສິດທິ​ຜົນ​ອັນ​ແທດ​ຈິງ​ທີ່​ໜ້າ​ຊື່ນ​ຊົມ​ຄື: ວຽກ​ງານ​ປ້ອງ​ກັນ​ ​ແລະ ຕ້ານອາດຊະຍາ​ປະ​ເພດ​ຕ່າງໆ​ໄດ້​ຮັບການຮັບປະກັນ; ປະຊາຊົນ​ມີນ້ຳສະອາດ ​ແລະ ​ໄຟຟ້າ​ນຳ​ໃຊ້, ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ​ຊາວ​ຊົນ​ເຜົ່າ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ໄດ້ຮັບການສຶກສາ​ອົບຮົມ, ​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຫວຽດນາມ  ​ແລະ ພັກ, ລັດ​ລາວ./.

 

 

 

 

 



ຂ່າວ/ບົດ​ອື່ນ