ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງນິງທ້ວນຄັ້ງທີ6

ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງນິງທ້ວນຄັ້ງທີ6 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກກ່າວ​ຄຳ​ເຫັນ​
ທີ່​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​​ແຂວງ ນິງ​ທ້ວນ ຄັ້ງ​ທີ 6
(ພາບ: VGP/Leson)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​​ແຂວງ ນິງ​ທ້ວນ ຄັ້ງ​ທີ 6 ດຳ​ເນີນ​ໃນ​ວັນ​ທີ 11/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ສະ​ເໜີ​ແຂວງ ນິງ​ທ້ວນ ສືບ​ຕໍ່​ຊາບ​ຊຶມ​ແນວ​ຄິດ​​ ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ​ຢ່າງ​ເລິກ​ເຊິ່ງ, ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ແຂ່ງຂັນ, ຍ້ອງຍໍຊົມ​ເຊີຍ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ. ​ແຕ່ລະ​ຂະ​ບວນການ​ແຂ່ງຂັນ​ຕ້ອງ​ກຳນົດ​ຈຸດປະສົງ​ຢ່າງ​ລະອຽດ, ໜ້າ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ປະຕິບັດ; ຈັດ​ຕັ້ງ​ການ​ແຂ່ງຂັນ​ເປັນ​ປະຈຳ, ສ້າງ​ຂະ​ບວນການ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ ​ແລະ ກວ້າງຂວາງ; ຄວາມ​ຮັບຜິດຊອບ​ລະອຽດ​ກ່ຽວ​ກັບຄຸນ​ນະພາ​ບວຽກ​ງານ​ແຂ່ງຂັນຢູ່​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖີ່​ນ ຕິດ​ພັນກັບ​ຄວາມ​ຮັບຜິດຊອບ​ຂອງ​ຫົວໜ້າ. ​ເມື່ອ​ຈັດ​ຕັ້ງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ທັງ​ຕິດຕາມ​ກວດກາ​ໜ້າ​ທີ່​ການ​ເມືອງ, ທັງ​ອີງ​ໃສ່​ຄວາມ​ປາຖະໜາ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ, ຮັບປະກັນ​ລັກສະນະ​ຊັດ​ເຈນ, ຍຸຕິ​ທຳ, ທັນ​ການ​ໃນ​ການ​ແຂ່ງຂັນ​ຍ້ອງຍໍ.


ຂ່າວ/ບົດ​ອື່ນ