ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມພິທີໄຂວັນບຸນຄອບຄົວ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມພິທີໄຂວັນບຸນຄອບຄົວ - ảnh 1
(ພາບປະກອບ)

​(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄອບຄົວ​ຫວຽດນາມ (28/06), ຕອນ​ເຊົ້າ​ວັນ​ທີ 26/06, ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ, ສິລະ​ປະ​ຫວຽດນາມ, ກະຊວງ​ວັດທະນະທຳ, ກຳລາ ​ແລະ ທ່​ອງທ່ຽວ ​ໄດ​້ຈັດ​ຕັ້ງ​ພິທີ​ໄຂ​ວັນ​ບຸນ​ຄອບຄົວ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຮ່ວມ.

      ດ້ວຍ​ຫົວ​ຂໍ້ “ຄາບ​ເຂົ້າ​​ແຫ່ງ​ຄວາມອົບອຸ່ນ ​ແລະ ຄວາມ​ຮັກ​ແພງ”, ວັນ​ຄອບຄົວ​ປີ​ນີ້ ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມີ​ຄວາ​ມໝາຍ. ທ່ານ ​ເວື​ອງຢຸຍບຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງວັດທະນະທຳ, ກຳລາ ​ແລະ ທ່​ອງທ່ຽວ ​ໃຫ​້ຮູ້​ວ່າ.

      “ຄອບຄົວ​ໃດ​ກໍ່​ຕ້ອງ​ມີ​ເວລາ​ເຕົ້າ​ໂຮມ​ກັນ, ນັ້ນ​ແມ່ນ​ຄາບ​ເຂົ້າທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ຄອບຄົວ​ຫວຽດນາມ. ຄາບ​ເຂົ້າ​ນັ້ນ​ຕ້ອງ​ມີ​ການ​ປະກອບສ່ວນ, ຄວາມ​ແບ່ງປັນ​ຈາກ​ສະມາຊິກ​ໃນ​ຄອບຄົວ. ຂ້າພ​ະ​ເຈົ້າ​ຢາກ​ທະວີ​ຄູນ​ຜົນ​ສະທ້ອນ​ນັ້ນ, ຄວາມໝາຍ​ນັ້ນ​ໃນ​ປະຊາ​ຄົມ​ສັງຄົມ​ຂອງ​ພວກ​ເຮົາ”.

    ແລະ​ກໍ່​​ໃນ​ວັນ​ທີ 26/06, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູດຶກ​ດາມ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ຍ້ອງຍໍ​ຄອບຄົວ​ແມ່ຍິງ​ນະຄອນຫຼວງ​ທີ່​ດີ​ເດັ່ນ, ​ໂດຍ​ສະຫະພັນ​ແມ່ຍິງ​ຮ່າ​ໂນ້ຍ ສົມທົບ​ກັບ​ສູນ​ວາງສະ​ແດງວັດທະນະທຳ, ສິລະ​ປະ​ຫວຽດນາມ ຈັດ​ຕັ້ງ.


ຂ່າວ/ບົດ​ອື່ນ