ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຮອງນາຍົກລັດຖະມົນຕີລາວ

ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຮອງນາຍົກລັດຖະມົນຕີລາວ - ảnh 1
ຮອງນາຍົກລັດຖະມົນຕີ ຫວູວັນນິງ (ຂວາ) ຕ້ອນຮັບຮອງນາຍົກລັດຖະມົນຕີລາວ ບຸນ​ປອນ ບຸດ​ຕະ​ນາ​ວົງ
(ພາບ: Phương Hoa/TTXVN)

(vovworld) – ​​ທີ່​ການ​ຕ້ອນ​ຮັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລາວ ບຸນ​ປອນ ບຸດ​ຕະ​ນາ​ວົງ ໃນ​ວັນ​ທີ 6/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ຢັ້ງ​ຢືນ​ວ່າ: ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນແບ​​ບພິ​ເສດ​ກັບ ລາວ, ພ້ອມ​ແລ້ວ​ທີ່​ຈະແບ່ງ​ປັນ​ບົດ​ຮຽນ​ເພື່ອ​ຊ່ວຍ​ລາວ ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ຄັ້ງ​ທີ 7. ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີທັງ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຄວນ​ສືບ​ຕໍ່​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ການ​ນຳ​ຂັ້ນ​ສູງເປັນ​ປະ​ຈຳ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ພັກ ແລະ ລັດ​ຖະ​ບານ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກໍ່​ຄື​ວຽກ​ງານ​ພັກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ເໜີ​ໃຫ້ 2 ​ຝ່າຍ​ຈຶ່ງປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ ແລ​ະ ເຊັນ​ສັນ​ຍາ​ການ​ຄ້າ​ໃໝ່ ລະ​ຫວ່າງ ຫວຽດ​ນາມ - ລາວ ໂດຍ​ໄວ​ເພື່ອ​ສ້າງ​ເງື​່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຈຸດ​ໝາຍ​​ນຳວົງ​ເງິນ​ການ​ຄ້າ 2 ຝ່າຍ ບັນ​ລຸ​ 2 ຕື້ USD ໃນ​ປ​ີ 2015.

        ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ໃນ​ການ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, 85 ປີ​ແຫ່ງວັນ​ສ​້າງ​ຕັ້ງ​ພັກ​ກອ​ມ​ມູ​ນິດ ອິນ​ດູ​ຈີນ ແລະ ບັນ​ດາ​ວັນ​ບຸນ​ໃຫຍ່, ສຳ​ຄັນ​ຂອງ 2 ປະ​ເທດ​ໃນ​ປີ 2015, ກໍ່​ຄື​ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ ຂອງ​ແຕ່​ລະ​ປະ​ເທດ​ໃນ​ປີ 2016.

 




ຂ່າວ/ບົດ​ອື່ນ