ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກຢູ່ນະຄອນເກີນເທີ

ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກຢູ່ນະຄອນເກີນເທີ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ
ເຮັດວຽກຢູ່ນະຄອນເກີນເທີ
(ພາບ: VGP)


​​(vovworld) - ຕອບ​ບ່າຍ​ວັນ​ທີ 22/07, ຢູ່​ນະຄອນ​ເກີນ​ເທີ, ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກພາກ​ໃຕ້​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 6 ​ເດືອນຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ, ໜ້າ​ທີ່​ໃນ 6 ​ເດືອ​ນທ້າຍ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກພາກ​ໃຕ້​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ​ໃນ 6 ​ເດືອນ​ຜ່ານ​ມາ, ບັນດາ​ແຂວງ​ໃນ​ເຂດຕາ​ເວັນ​ຕົກພາກ​ໃຕ້​ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ​​ໄດ້​ມີ​ຄວາມ​ມາ​ນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ.

        ກ່ຽວ​ກັບ​ໜ້າ​ທີ່ 6 ​ເດືອນທ້າຍ​ປີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກ​ຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ໃນ​​​ເຂດ ​ຕ້ອງ​ມີການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ສືບ​ຕໍ່​ຍູ້​​ແຮງ​ການ​ພັດທະ​ນາ​ເສດຖະກິດ, ສັງຄົມ​ຂອງ​ເຂດ. ​ໃນ​ຕໍ່ໜ້າ​ແມ່ນ​ສ້າງ​ໂຄງ​ປະກອບ​ຂະ​​ແໜງ​ກະສິກຳ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາ​ກ​ແບບ​ຍືນ​ຍົງ. ປະຊາຊົນ, ບັນດາ​ສະຫະກອ​ນ, ວິ​ສາ​ຫະກິດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ເພື່ອ​ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ຜະລິດ​ຕະພັນ, ສືບ​ຕໍ່​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ.

ຂ່າວ/ບົດ​ອື່ນ