ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບຮອງປະທານທະນາຄານໂລກJoachimVon Amsberg

ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບຮອງປະທານທະນາຄານໂລກJoachimVon Amsberg - ảnh 1
 (ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ​ ​ແລະ
ທ່ານ​ຮອງ​ປະທານ​ທະ​ນາຄາ​ນ​ໂລກ Joachim Von  Amsberg)

(vovworld) – ຕອນ​ບ່າຍ​ວັນ​ທີ 2/6 ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ​ ​ໄດ້​ໃຫ້ການຕ້ອນຮັບທ່ານ​ຮອງ​ປະທານ​ທະ​ນາຄາ​ນ​ໂລກ Joachim Von  Amsberg. ທີ່​ການ​ຕ້ອນຮັບ,​ ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ ຈຸ​ງຫາຍ ຢືນຢັນ​ວ່າ: ການ​ສະໜັບສະໜູນ​ຂອງ​ທະນາຄານ​​ໂລກ​ໃນ​ໄລຍະ​ຜ່ານ​ມາ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ສະໜອງ​ແຫຼ່ງທຶນ​ກູ້​ຢືມ ​ແລະ ຊ່ວຍ ຫວຽດນາມ ຍູ້​ແຮງ​ການ​ປະຕິ​ຮູບ​ລະ​ບອບ​ລະບຽບ​ການ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ​ ກໍ​ສະ​ເໜີ​ທະນາຄານ​ໂລກ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້ ຫວຽດນາມ ມີ​ໄລຍະຂ້າມ​ຜ່ານພາຍຫຼັງ​ໂຄງການ IDA 17 ​ເຊິ່ງ​ແມ່ນ​ໂຄງການ​ສະຫງວນ​ໃຫ້​ແກ່​ບັນດາ​ປະ​ເທດ​ທຸກ​ຍາກ ​ແລະ ດ້ອຍ​ພັດທະນາ​ ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ບຸລິມະສິດ ກ່ຽວ​ກັບ​ການ​ກູ້​ຢືມ​ທຶນທີ່ຈະສຳ​ເລັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ປະທານ​ທະນາຄານ​ໂລກ Joachim Von  Amsberg ຕີ​ລາຄາ​ສູງ​ຜົນງານ​ພັດທະນາ​​ຂອງ ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ: ທະນາຄານ​ໂລກ​ຖື ຫວຽດນາມ ​ເປັນ​ຕົວຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ນຳ​ໃຊ້​ແຫຼ່ງທຶນ​ກູ້​ຢືມ​ຂອງ​ທະນາຄານ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ. ສິ່ງ​ນີ້​ໄດ້​ສ້າງ​​ເງື່ອນ​ໄຂສະດວກ​ໃຫ້​ທະນາຄານ​ໂລກ​ໃນ​ການ​ເກ້​ຍກ່ອມບັນດາ​ນັກ​ອຸປະຖ​ຳ​ປະກອບສ່ວນຕື່ມ​ອີກ​ໃຫ້​ບັນດາ​ໂຄງການ​ໜູນ​ຊ່ວຍ​ພັດທະນາ​ຂອງ​ທະນາຄານ​ໂລກ​ເວົ້າ​ລວມ​ ​ແລະ ຂອງ ຫວຽດນາມ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ