ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຄະນະຜູ້ທີ່ມີຄຸນງາມຄວາມດີແຂວງດັກນົງ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຄະນະຜູ້ທີ່ມີຄຸນງາມຄວາມດີແຂວງດັກນົງ - ảnh 1
ການ​ຕ​້ອນ​ຮັບ​ຄະ​ນະ​ແມ່​ຫວຽດ​ນາມ ວິ​ລະ​ຊົນ
ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ​ດັກ​ນົງ
(ພາບ: VGP)


(vovworld) - ​​ ທີ່​ການ​ຕ​້ອນ​ຮັບ​ຄະ​ນະ​ແມ່​ຫວຽດ​ນາມ ວິ​ລະ​ຊົນ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ​ດັກ​ນົງ ໃນ​ຕອນ​ບ່າຍ​ວັນ​ທີ 11/08, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງ​ເຫ້ວ ຢືນ​ຢັນ​ວ່າ, ພັກ, ລັດ ຍາມ​ໃດ​ກໍ່​ຈຳ​ລຶກ​ບຸນ​ຄຸນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ເຊິ່ງ​ເປັນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ, ທັງ​ລະ​ບົບ​ການ​ເມືອງ​ຕ້ອ​ງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນເພື່ອ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຄອບ​ຄົວ​​ເປົ້າ​ໝາຍນະ​ໂຍ​ບາຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ແ​ມ່​ຫວຽດ​ນາມ ວິ​ລະ​ຊົນ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ​ດັກ​ນົງ ຂົນ​ຂວາຍ​ຄອບ​ຄົວ​ສຶກ​ສາ​​ອົບ​ຮົມ​ລຸ່ນ​ລູກ​ຫຼານ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ໃຫ້​ເປັນ​ຢ່າງດ​ີ; ພ້ອມ​ທັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຮາກ​ຖານ​ໃຫ້​ປອດ​ໄສ, ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ