ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບລັດຖະມົນຕີລາຊະອານາຈັກອັງກິດ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບລັດຖະມົນຕີລາຊະອານາຈັກອັງກິດ - ảnh 1
​ທ່ານ Mark Ian Price ແລະ ທ່ານ ເວືອງ​ດິ່ງ​ເຫ້ວ

(vovworld) –  ​ຕອນ​ບ່າຍ​ວັນ​ທີ 19/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Mark Ian Price, ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຄ້າ ແລະ ການ​ລົງ​ທຶນ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ທີ່ພວມ​ຢູ່​ຢ​້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ປາດ​ຖະ​ໜາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ ອັງ​ກິດ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ, ບັນ​ດາ​ຂົງ​ເຂດ​ຄື​ການ​ບັນ​ເທິງ, ທະ​ນາ​ຄານ, ປະ​ກັນ​ໄພ​ກ່​ວາ​ອີກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ເອົາ​ໃຈ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍົກ​ສູງກ​ຳ​ລັງ​ແກ່ງ​ແຍ​້ງ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ກ່​ວາ​ອີກ​​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ​ພ້ອມ​ທັງປາດ​ຖະ​ໜາ​ວ່າ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ນັ້ນ​ມີ ອ​ັງ​ກິດ ​ຈະເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຫຼາຍ​ກ່​ວາ, ພິ​ເສດ​ແມ່ນ​ໃນ​ລະ​ບົບ​ທະ​ນາ​ຄານ.

        ໂດຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ ເວືອງ​ດິ່ງ​ເຫ້ວ,  ທ່ານ Mark Ian Price ຢັ້ງ​ຢືນ​ວ່າ: ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດ​ນາມ ແລະ ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ເຂົ້າ​ຮ່ວມ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກ​ິດ​ຄືນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ