ຮອງນາຍົກໆ Nguyen Xuan Phuc ພົບປະຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ

ຮອງນາຍົກໆ Nguyen Xuan Phuc ພົບປະຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ - ảnh 1
ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ
(ພາບ: nguyenxuanphuc.net)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ, ວັນ​ທີ 12/4, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ມີ​ການພົບ​ປະກັບຜູ້​ຮັກສາ​ການ ຜູ້​ສຳ​ເລັດ​ລາຊະການ  ອົດ​ສະ​ຕາ​ລີ, ທ່ານນາງ Marie Bashir, ຜູ້​ວ່າການ​ລັດ New South Wales. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດຖະບານ ອົດ​ສະ​ຕາ​ລີ, ອຳນາດ​ການ​ປົກຄອງ​ລັດ New South Wales ​ແລະ ສ່ວນ​ບຸກຄົນ​ທ່ານ​ນາງຜູ້​ຮັກສາ​ການ ຜູ້​ສຳ​ເລັດ​ລາຊະການ  ທີ່​​ໄດ້ສະຫງວນ​ໃຫ້​ຫວຽດນາມ ການ​ສະໜັບສະໜູນ ​ແລະ ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​​ພັດທະນາ (ຫຼື ODA) ​ແກ່​ຫວຽດນາມ, ໜູນ​ຊ່ວຍ ​ຫວຽດນາມ ​ໃນ​ຫຼາຍ​ໂຄງການ​ທີ່ມີ​ມູນ​ຄ່າ​ແທດ​ຈິງ​ໃນ​ບັນດາ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ, ສະໜອງ​ນ້ຳ​ປະປາ.​​..​.​ ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ແດງ​ຄວາມ​ຫວັງ​ວ່າ: ລັດຖະບານ​ອົດ​ສະ​ຕາ​ລີ, ອຳນາດ​ການ​ປົກຄອງ​ລັດ New South Wales, ທ່ານ​ນາງຜູ້​ຮັກສາ​ການ ຜູ້​ສຳ​ເລັດ​ລາຊະການ ​ແລະ ກອງ​ທຶນ​​ເພື່ອ​ການ​ຮ່ຳຮຽນ​​ໂດຍ​ທ່ານ​ນາງ​ສ້າງ​ຕັ້ງ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ, ຮ່ວມ​ມື​ກັບ​ຫວຽດນາມຕະຫຼອດ​ໄປ ​ເພື່ອ​ເພີ່​ມທະວີ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ​ກ່ວາ​ອີກ, ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ພັດທະນາທຽບ​ທັນກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

        ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ປະທານ​ສະຫະ​ສະມາຄົມ​ບັນດາ​ນັກ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ ອົດ​ສະ​ຕາ​ລີ Norman Grant, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ Nguyen Xuan Phuc ສະ​ເໜີ​ສະຫະ​ສະມາຄົມ​ຈົ່ງ​ເພີ່ມ​ທະວີ​ການ​ນຳ​ເຂົ້າຜະລິດ​ຕະພັນ​ປາ​ຈາ ​ແລະ ປາ​ບາ​ຊາ​ຂອງ​ຫວຽດນາມ, ພ້ອມ​ທັງ​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ​ສິນ​ໃນ​ນ້ຳ​ຫວຽດນາມ ຕອບ​ສະໜອງ​ມາດຖານ​ຕ່າງໆ​ກ່ຽວກັບ​ຫຼັກ​ອະນາ​ໄມ​ດ້ານ​ສະບຽງອາຫານ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ