ຮອງປະທານກູບາເຊື່ອໝັ້ນວ່າການພົວພັນກັບ ຫວຽດນາມ ຈະກ້າວຂຶ້ນຢ່າງໝັ້ນຄົງ

ຮອງປະທານກູບາເຊື່ອໝັ້ນວ່າການພົວພັນກັບ ຫວຽດນາມ ຈະກ້າວຂຶ້ນຢ່າງໝັ້ນຄົງ - ảnh 1
ທ່ານ​ນາງ Gladys Bejerano Portela ແລະ
​ທ່ານ ຫງວຽນ​ຈູງ​ແທ່ງເອກ​ອັກຄະ​ລັດຖະທູດ ຫວຽດນາມ
(ພາບ: TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ຫງວຽນ​ຈູງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຫວຽດນາມ ປະ​ຈຳ ກູ​ບາ, ວັນ​ທີ 22/02, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ Gladys Bejerano Portela ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່ກ້າວຂຶ້ນຢ່າງ​ໝັ້ນຄົງ​ບົນ​ພື້ນຖານປະຫວັດສາດ ​ແລະ ມູນ​ເຊື້ອ​ທີ່ມີ​ມາ​ຢູ່​ແລ້ວ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ Gladys Bejerano Portela ​ເຊື່ອ​ໝັ້ນ​ວ່າ ດ້ວຍປະສົບ​ການ​ຂອງ​ຕົນ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ຈະ​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ກອບ​​ສ່ວນເຂົ້າ​​ໃນການ​ເພີ່ມ​ທະວີ, ປັບປຸງ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກ​ຄີ​ລະຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ກໍ່ຂອບ​ອົກ​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ ​ພັກ, ລັດ ກູ​ບາ ຈະສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ທ່ານ​ປະຕິບັດສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ນຳ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ເໝາະ​ສົມ​ກັບ​ວິ​ໄສ​ທັດ​ຂອງ​ການ​ນຳ, ຄວາມ​ມຸ່ງ​ປາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ຢືນຢັນ​ວ່າ ນ້ຳ​ໃຈ ​ແລະ ທິດ​ນຳຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ​ແນວ​ຄວາມ​ຄິດ​ຂອງ​ຜູ້ນຳ​ປະຕິ​ວັດ Fidel Castro ຍາມ​ໃດ​ກໍ່​ແມ່ນປາ​ພະ​ຄານ​ເຍືອງ​ທາງ ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ພົວພັນ​ອັນ​ດີ​ງາມ ​ໂດຍ​ຜ່ານ​ການ​ສຶກສາ​ລຸ້ນໜຸ່ມ​ຢູ່​ແຕ່ລະ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ