ຮອງປະທານກຸ່ມບໍລິສັດ Piaggio: “ຫວຽດນາມແມ່ນຕະຫຼາດເປັນໜ້າມາເພື່ອລົງທຶນ”

(VOVWORLD) -ຕອນຄ່ຳວັນທີ 12 ເມສາ (ຕາມເວລາທ້ອງຖິ່ນ), ສະມາຄົມການຕ່າງປະເທດ Diplomatia ຂອງອີຕາລີ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳອີຕາລີ ຈັດກອງປະຊຸມສຳມະນາເສດຖະກິດຫວຽດນາມ - ອີຕາລີ ດ້ວຍຫົວຂໍ້ວ່າ “ລົງທຶນແບບຍືນຍົງຢູ່ຫວຽດນາມ”.

ຮອງປະທານກຸ່ມບໍລິສັດ Piaggio: “ຫວຽດນາມແມ່ນຕະຫຼາດເປັນໜ້າມາເພື່ອລົງທຶນ” - ảnh 1 ທ່ານ Matteo Colaninno, ຮອງປະທານກຸ່ມບໍລິສັດ Piaggio

(ພາບ: TTXVN)

ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອີຕາລີ (23 ມີນາ 1973 – 23 ມີນາ 2018).

      ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງກ່ຽວກັບພື້ນຖານເສດຖະກິດຫວຽດນາມ ກໍຄືຕັ້ງໜ້າແລກປ່ຽນ, ປຶກສາຫາລືກາລະໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດລະຫວ່າງວິສາຫະກິດ 2 ປະເທດ, ວິທີລົງທຶນແບບຍືນຍົງຢູ່ຫວຽດນາມ. ທ່ານ Matteo Colaninno, ຮອງປະທານກຸ່ມບໍລິສັດ Piaggio ໃຫ້ຮູ້ວ່າ, ປີ 2008, ຍ້ອນໄດ້ຮັບການສ້າງເງື່ອນໄຂຢ່າງສຸດຂີດຂອງການນຳອຳນາດການປົກຄອງຫວຽດນາມ, ບັນດາລະບຽບການທີ່ຈຳເປັນໃຫ້ແກ່ການເຄື່ອນໄຫວຜະລິດຂອງ Piaggio ໄດ້ຮັບການແກ້ໄຂຢ່າງວ່ອງໄວ. ຂອບຂະໜາດການຜະລິດຂອງ Piaggio ຢູ່ຫວຽດນາມ ໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ ແລະ ຮອດປີ 2009, ຜະລິດຕະພັນຂອງກຸ່ມບໍລິສັດຢູ່ຫວຽດນາມ ສາສາດສົ່ງໄປຍັງປະເທດອື່ນ.

      ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ໃຫ້ຮູ້ວ່າ, ພື້ນຖານເສດຖະກິດຫວຽດນາມ ແລະ ອີຕາລີ ບໍ່ມີລັກສະນະແກ່ງແຍ້ງ ຫາກຍັງເພີ່ມເຕີ່ມໃຫ້ກັນ. ຄຽງຂ້າງນັ້ນ, ເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ ເລີ່ມມີຜົນສັກສິດຢ່າງເປັນທາງການ ຈະສົ່ງຜົນກະທົບໂດຍກົງ, ຕັ້ງໜ້າເຖິງພື້ນຖານເສດຖະກິດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ