ຮອງປະທານປະເທດດັ້ງທິງອກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຫວີງລອງ

ຮອງປະທານປະເທດດັ້ງທິງອກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຫວີງລອງ - ảnh 1
ທ່ານນາງ ດັ້ງທິງອກທິ້ງທີ່ກອງປະຊຸມ

(vovworld) – ທີ່ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ແຂວງ ຫວີງ​ລອງ ​ໃນ​ຕອນ​ເຊົ້າ​ວັນ​ທີ 9/8, ມີ​ຫຼາຍ​ຄຳ​ເຫັນ​ປະກອບ​ກ່ຽວຂ້ອງ​ເຖິງ​ບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ, ​ເບິ່ງ​ແຍງ​ດູ​ແລ​ຖັນ​ແຖວ​ພະນັກງານ, ລັດຖະກອນ. ​ໂດຍ​ຮັບ​ເອົາ​ບັນດາ​ຄ​ຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ​ດັ້ງ​ທິງ​ອກທິ້ງ ຢັ້ງຢືນ​ຈະ​ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫົວໜ່ວຍ​ແຂວງ ຫວີງ​ລອງ ມີ​ຄຳ​ເຫັນ, ຄຳ​ປະກອບ​ແທດ​ຈິງ​ຕໍ່​ສະພາ​ແຫ່ງ​ຊາດ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ວາງ​ແຜນຜັງ, ​ແຕ່ງ​ຕັ້ງພະນັກງານ ທັງ​ມີ​ຈັນ​ຍາ​ບັນ​ທັງ​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ.


ຂ່າວ/ບົດ​ອື່ນ