ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນສະພານັກທຸລະກິດຄອບຄົວຫວຽດນາມ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນສະພານັກທຸລະກິດຄອບຄົວຫວຽດນາມ - ảnh 1
ທ່ານນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ
(ພາບປະກອບ: TTXVN)


​(vovworld) - ທີ່​ການ​ຕ້ອບຮັບຄະນະ​ຜູ​້​ແທນ​ສະພາ​ນັກທຸລະ​ກິດ​ຄອບຄົວ​ຫວຽດນາມ, ​ໃນ​ວັນ​ທີ 27/06, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຖື​ວ່າ, ສະພາ​ນັກທຸລະ​ກິດ​ຄອບຄົວ​ຫວຽດນາມ ຈະ​ພັດທະນາ​ຢ່າງ​ກວ້າງ​ໃຫຍ່​ຖ້າ​ປະຕິບັດ 4 ຄາດໝາຍ​ທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ​ຄື: ສ້າງ​ຄອບຄົວ​ມີ​ຄວາມ​ຜາ​ສຸກ; ວິ​ສາ​ຫະກິດບັນລຸ​ປະສິດທິ​ຜົນ; ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ສັງຄົມ​ເປັນ​ຢ່າງ​ດີ ​​ແລະ ​ແມ່ນ​ບ່ອນ​ຝືດ​ຝົນ​ຫຼໍ່​ຫຼອມ​ບັນດາ​ນັກທຸລະກິດ. ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ປາດ​ຖະໜາ​ວ່າ, ສະມາຄົມ​ຈະ​ສ້າງ​ໂຄງການ​ເຄື່ອນ​ໄຫວ​ລະອຽດ ​ເພື່ອ​ນຳ 4 ປັດ​ໃຈທີ່​ໄດ້​ກຳນົດ​ໄວ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ສະ​ເໜີ​ວ່າ, ນອກຈາກ​ການ​ດຳ​ເນີນ​ທຸລະ​ກິດ​​ເປັນ​ຢ່າງ​ດີ​ແລ​້ວ, ​ແຕ່​ລະສະ​ມາ​ຊິກ​​ໃນ​ຄອບຄົວ​ນັກທຸລະກິດ ຕ້ອງ​ມີ​ຄວາມຮັບ​ຮູ​້​ໄດ້​ເລື່ອງ​ສ້າງ​ຕັ້ງ, ສ້າງ​ຄອບຄົວ​​ໃຫ້​ມີ​ຄວາມ​ຜາ​ສຸກ, ພ້ອມ​ກັນ​ນັ້ນ​ຍົກ​ສູງນ້ຳ​ໃຈ​ສາມັກຄີ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ດຳ​ເນີນ​ທຸ​ລະ​ກິດ ​ແລະ ວັດທະນະທຳ​ວິ​ສາ​ຫະກິດ ນັກທຸລະກິດ​ໃນ​ແຕ່​ລະ​ຄອບຄົວ.

ຂ່າວ/ບົດ​ອື່ນ