ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25 - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 25
(ພາບ: TTXVN)


​(vovworld) – ​ໃນ​ລະຫວ່າງ​ວັນ​ທີ 14 - 16/05, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ນຳ​ໜ້າ​ຄະນະ​ຜູ​້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 25 ຢູ່​ນະຄອ​ນ Sao Paulo, ປະເທດບຣາຊິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ​ແລະ ການ​ປະຊຸມຂ່າວ, ທ່ານ​ນາງ​ຮອງ​ປະທານ​ປ​ະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ, ກອງ​ປະຊຸມ​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ຢ່າງ​ແທດ​ຈິງ​ລະຫວ່າງ​ລັດ ​ແລະ ວິ​ສາ​ຫະກິດ, ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ​ມື​ດ້ານ​ເສດຖະກິດ, ພິ​ເສດ​ແມ່ນ​ສົ່ງ​ເສີມ​ບົດບາດ​ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ນັກທຸລະກິດ​ຍິງ ​ໃນ​ການ​ພັດທະນາ​ເສດຖະກິດ​​ແຫ່ງ​ຊາດ ກໍ່​ຄື​ເສດຖະກິດ​ທົ່ວ​ໂລກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ຊີ້​ແຈ້ງ​ບັນດາ​ຜົນ​ງານ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ຍົກ​ສູງ​ຖານະ​ຕຳ​ແໜ່​ງ ​ແລະ ​ເສີມ​ຂະຫຍາຍ​​ຫົວຄິດ​ປະດິດ​ສ້າງ​ຂອງ​ແມ່ຍິງ.

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ປະທານ​ພັກ​ກອມ​ມູນິດ​ບຣາຊິນ Renato Rabelo ​ແລະ ​ເຈົ້າ​ຄອງນະຄອນ Sao Paulo, Fernando Haddad. ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ພັກ​ກອມ​ມູນິດ Renato Rabelo, ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື​ກັບ​ພັກ​ກອມ​ມູນິດ​ບຣາຊິນ, ພ້ອມ​ທັງ ປະກອບສ່ວນຢ່າງ​ແທດ​ຈິງ​​ເຂົ້າ​ໃນ​ການ​ພັດທະນາ ​ແລະ ​ເຮັດ​ໃຫ​້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ບຣາຊິນ ​ເລິກ​ເຊິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ