ຮອງປະທານປະເທດຫວຽດນາມໃຫ້ການຕ້ອນຮັບຮອງປະທານາທິບໍດີສ.ອາຟະລິກາໃຕ້

ຮອງປະທານປະເທດຫວຽດນາມໃຫ້ການຕ້ອນຮັບຮອງປະທານາທິບໍດີສ.ອາຟະລິກາໃຕ້ - ảnh 1
ທ່ານ​ນາງ​  ດັ້ງ​ທິງອກ​ທິ້ງ ​ເຈລະຈາ​ກັບ​ທ່ານ Cyril Ramaphosa
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 3/10, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ ຮອງ​ປະທານ​ປະ​ເທດ ຫວຽດນາມ​ ດັ້ງ​ທິງອກ​ທິ້ງ ມີ​ການ​ເຈລະຈາ​ກັບ​ທ່ານ Cyril Ramaphosa, ຮອງ​ປະທານາທິບໍດີ​ສາທາ​ລະນະ​ລັດ ອາ​ຟະ​ລິ​ກາ​ໃຕ້ ທີ່​ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ, ທ່ານ​ນາງ​ ຮອງ​ປະທານ​ປະ​ເທດ ຫວຽດນາມ ​ແລະ ທ່ານ ຮອງ​ປະທານາທິບໍດີ​ ສ​.ອາ​ຟະ​ລິ​ກາ​ໃຕ້ ລ້ວນ​ແຕ່​ສະ​​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ ຫວຽດນາມ - ອາ​ຟະ​ລິ​ກາ​ໃຕ້ ​ໃນ 20 ກວ່າ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ “ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວມ​ມື ​ແລະ ພັດທະນາ“ ​ເມື່ອປີ 2004. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ ກອງ​ປະຊຸມ​ໃຫຍ່​ຊົນ​ຊາດ ອາ​ຟະ​ລິ​ກາ (ANC), ຖື​ນີ້​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ… ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສສາກົນ, ອາ​ຟະ​ລິ​ກາ​ໃຕ້​ ຈະ​ແບ່ງປັນ​ທັດສະນະ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນ​ຕິ​ວິທີ, ບົນ​ພື້ນຖານ​ກົດໝາ​ຍາ​ກົນ.

        ສ່ວນທ່ານ ຮອງ​ປະທານາທິບໍດີ​ ສ​.ອາ​ຟະ​ລິ​ກາ​ໃຕ້ກໍ່​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຫັນ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ເພີ່ມ​ວົງ​ເງິນ​ການ​ຄ້າ ​ແລະ ສ້າງ​ຄວາມ​ສົມ​ດຸນ​ທາງ​ດ້ານ​ການ​ຄ້າ​ບົນ​ພື້ນຖານ​ທັງ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ