ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິຊົນເຜົ່າສ່ວນໜ້ອຍ

(VOVWORLD) -ໃນຕອນບ່າຍວັນທີ 18 ທັນວາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະສ້າງສັນກັບຄະນະຜູ້ແທນເຂົ້າຮ່ວມພິທີຍ້ອງຍໍຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດດີເດັ່ນຊາວຊົນເຜົ່າສ່ວນໜ້ອຍໃນທົ່ວປະເທດ ປີ 2017.

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິຊົນເຜົ່າສ່ວນໜ້ອຍ - ảnh 1 (ທ່ານນາງ ຕ່ອງທິຟ໋ອງ, ຮອງປະເທດຜູ້ປະຈຳການສະພາແຫ່ງຊາດ)

ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຊີ້ແຈ້ງທັດສະນະສະເໝີຕົ້ນເໝີປາຍຂອງພັກ, ລັດກ່ຽວກັບຊົນເຜົ່າແມ່ນ: ສາມັກຄີບັນດາເຜົ່າມີທີ່ຕັ້ງຍຸດທະສາດໃນພາລະກິດປະຕິວັດຂອງປະເທດຊາດ. ທ່ານນາງ ຕ່ອງທິຟ໋ອງ ຮັບຮູ້ບັນດາແບບຢ່າງທີ່ດີເດັ່ນແມ່ນປະຊາຊົນຊາວເຜົ່າສ່ວນໜ້ອຍມີບົດບາດສຳຄັນທີ່ສຸດ. ການປະກອບສ່ວນຂອງບັນດາຜູ້ແທນທີ່ເປັນແບບຢ່າງດີເດັ່ນແມ່ນບັນດາແວ່ນແຍງທີ່ໃສແຈ້ງກ່ຽວກັບການອຸທິດສ່ວນ, ປະກອບກຳລັງແຮງ, ພູມປັນຍາໃຫ້ຂະບວນການແຂ່ງຂັນໃນບັນດາຂົງເຂດວິທະຍາສາດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ. ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ສະເໜີຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ອົງການຈັດຕັ້ງມະຫາຊົນທຸກຂັ້ນສືບຕໍ່ເບິ່ງແຍງດູແລເຖິງບັນດາເຂດທຸກຍາກ, ເຂດຊາວເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊາຍແດນ, ໝູ່ເກາະ, ເຂດປະສົບໄພທຳມະຊາດ, ຖຶກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ດີກວ່າອີກ ເພື່ອໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວ, ບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ