ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນຊາວໜຸ່ມ2ປະເທດລາວແລະກຳປູເຈຍ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນຊາວໜຸ່ມ2ປະເທດລາວແລະກຳປູເຈຍ - ảnh 1
ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນຊາວໜຸ່ມ2ປະເທດລາວແລະກຳປູເຈຍ
(ພາບ: Phương Hoa - TTXVN)

(vovworld) – ທີ່​ການ​ຕ້ອນ​ຮັບ​ຄ​ະ​ນະ​ຜູ້​ແທນ​ຊາວ​ໜຸ່ມ 2 ປະ​ເທດ ລາວ ແລະ ກຳ​ປູ​ເຈຍໃນ​ວັນ​ທີ 8/12, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ, ທ່ານ​ນາງ​ຮອ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ: ກອງ​ປະ​ຊຸມນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ປະ​ກອບ​ສ່ວນ​ສຶກ​ສາ​ຊາວ​ໜຸ່ມ 3 ປະ​ເທດ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ 3 ປະ​ເທດ, ​ທັງ​​ແມ່ນ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ ປະ​ຊາ​ຊົນ ແລະ ລຸ່ນ​ໜຸ່ມ 3 ປະ​ເທດ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຢືນ​ຢັນ​ວ່າ: ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ. ພັກ ແລະ ລັດ ຫວຽດ​ນາມ, ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ໜຸ່ມ 3 ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ພົວ​ພັນ​ແລກ​ປ່ຽນ, ແລກ​ປ່ຽນ​ບົດ​ຮຽນ, ຮ່ວມ​ມື​ມິດ​ຕະ​ພາບ. ທ່ານ​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ເຊື່ອ​ໝັ້ນ​ວ່າ: ຊາວ​ໜຸ່ມ 3 ປະ​ເທດຈະ​ຍົກ​ສູງ​ຄຸນ​ນະ​ພາບ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຊ​ອກ​ຮູ້, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເປີດ​ກ້​ວາງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ ແລະ ຜົນ​ປະ​ໂຫຍດ​ແທດ​ຈິງ.


ຂ່າວ/ບົດ​ອື່ນ