ຮອງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມ“ຊຸມວັນຫວຽດນາມຢູ່ແດນມາກ”

ຮອງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມ“ຊຸມວັນຫວຽດນາມຢູ່ແດນມາກ” - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ແລະ
​ທ່ານ Esben Lunde Larsen, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ສະ​ບຽ​ງ​ອາ​ຫານ​ແດນ​ມາກ
(ພາບ: TTXVN)


(vovworld) - ​​​ ​ຕອນ​ບ່າຍ​ວັນ​ທີ 07/10, ​ຢູ່​ນະ​ຄອນ​ຫຼວງ Copenhagen, ປະ​ເທດ​ແດນ​ມາກ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ​້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Esben Lunde Larsen, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ສະ​ບຽ​ງ​ອາ​ຫານ​ແດນ​ມາກ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ​ເນັ້ນ​ໜັກ​ວ່າ, ຫວຽດ​ນາມ​ ປາດ​ຖະ​ໜາ​ຢາກ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ EU ໂດຍ​ໄວ, ຈາກນັ້ນ ພັດ​ທະ​ນາ ແລະ ເປີດກ​ວ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - EU ເວົ້າ​ລວມ, ຫວຽດ​ນາມ - ແດນ​ມາກ ເວົ້າ​ສະ​ເພາະ​ກວ່າ​ອີກ. ທ່ານ​ນາ​ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ຢາກ​ໃຫ້ລັດ​ຖະ​ບານ​ແດນ​ມາກ ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ບັນ​ຫາ​​ການວາງ​ແຜນຜັງ, ຮັບ​ປະ​ກັນ​ຄວາມ​ກົມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ເມື່ອ​ພັດ​ທະ​ນາ​ກະ​ສິ​ກຳ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ໄດ້ເນັ້ນ​ໜັກ​ເຖິງ​ລັກ​ສະ​ນະ​ມີ​ປະ​ສິດ​ທິ​ຜົນ, ວິ​ທະ​ຍາ​ສາດ​ຂອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ, ການ​ໜູນ​ຊ່ວຍ​ຂອງ​ແດນ​ມາກ ຢ​ູ່​ຫວຽດ​ນາມ ໃນ​ຫຼາຍ​ຂົງ​ເຂ​ດ​ຄື: ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ພາຍ​ຫຼັງ​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ  ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ສະ​ບຽ​ງ​ອາ​ຫານ​ແດນ​ມາກ Esben Lunde Larsen ພ້ອ​ນ​ກັນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ - ແດນ​ມາກ, ດ້ວຍຫົວ​ຂໍ້​ວ່າ “ກາ​ລະ​ໂອ​ກາດ ແລະ ແງ່​ຫວັງ​ຊຸກ​ຍູ້​ການ​ລົງ​ທຶນ​ດ້ານ​ການ​ຄ້າ​ຫວຽດ​ນາມ - ແດນ​ມາກ”.

        ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ເຂົ້າ​ຮ່ວມ​ພິ​ທ​ີ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ແດນ​ມາກ ຢູ່​ນະ​ຄອນ​ຫຼວງ Copenhagen.

ຂ່າວ/ບົດ​ອື່ນ