ຮອງປະທານສະພາແຫ່ງຊາດຮວີນງອກເຊີນພົບປະກັບຜູ້ມີສິດເລືອກຕັ້ງນະຄອນດ່າໜັງ

ຮອງປະທານສະພາແຫ່ງຊາດຮວີນງອກເຊີນພົບປະກັບຜູ້ມີສິດເລືອກຕັ້ງນະຄອນດ່າໜັງ - ảnh 1
(ທ່ານ​ ຮວີນງອກ​ເຊີນ ​ແລະ ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​
ຊາດ​ນະຄອນ ດ່າ​ໜັງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະຄອນ ດ່າ​ໜັງ)


(vovworld) –  ​ເພື່ອ​ເປັນ​ການກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 01/10, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮວີນງອກ​ເຊີນ ​ແລະ ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ດ່າ​ໜັງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະຄອນ ດ່າ​ໜັງ. ຜູ້​ມີ​ສິດ​ເລືອ​ງຕັ້ງ​ນະຄອນ ດ່າ​ໜັງ ຖື​ວ່າ: ​​ໃນໄລຍະຈະ​ມາ​​ເຖິງນີ້ ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສຳຄັນ​ຫລາຍ​ສະບັບ. ​ເພາະສະ​ນັ້ນ, ສະພາ​ແຫ່ງ​ຊາດ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ກ່ວາ​ອີກ ​ໃນ​ການກວດກາ​ບັນດາ​ຮ່າງ​ກົດໝາຍ​, ສະ​ແດງ​​ໃຫ້​ເຫັນຄວາມ​ຮັບຜິດຊອບ​ໃນ​ສິດ​ຕິດຕາມ​ກວດກາ​ສູງ​ສຸດ​ສຳລັບ​ການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ. ສະມາ​ຊິກ​ສະພາ​ແຫ່ງ​ຊາດ ຈະຍື່ນສະເໜີບັນດາ​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ