ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຮ​ຽກ​ຮ້ອງ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍື່ນ​ສະ​ເໜີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍພົນ​ລະ​ເມືອງ​ໂດຍ​ໄວ

(VOVWORLD) -ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກໄດ້ສົມທົບກັບກອງທຶນພົນລະເມືອງ ສປຊ ຈັດຕັ້ງ ພິທີໂຮມຊຸມນຸມມິດຕິງເພື່ອສະເຫຼີມສະຫຼອງ ວັນປະຊາກອນໂລກວັນທີ 11 ກໍລະກົດ.
ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຮ​ຽກ​ຮ້ອງ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍື່ນ​ສະ​ເໜີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍພົນ​ລະ​ເມືອງ​ໂດຍ​ໄວ - ảnh 1ທ່ານ ອວງຈູລິວ ຮອງປະທານສະພາແຫ່ງຊາດ ຫວຽດນາມເຂົ້າຮ່ວມ ພິທີໂຮມຊຸມນຸມມິດຕິງ

ກ່າວຄຳເຫັນທີ່ພິທີ, ທ່ານ ອວງຈູລິວ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ, ເພື່ອແນໃສ່ສຸມໃສ່ສ້າງການດຳລົງຊີວິດທີ່ດີກ່ວາໃຫ້ແກ່ປະຊາຊົນ, ຮັບປະກັນບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ທ່ານ ອວງຈູລິວ ຮຽກຮ້ອງວ່າ:

        ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຄວນເອົາໃຈໃສ່ກ່ວາອີກເຖິງເລື່ອງຊີ້ນຳ, ນຳພາ, ລົງທຶນໃຫ້ແກ່ວຽກງານ ປະຊາກອນ. ໃນພາຍພາກໜ້າ, ຕ້ອງຮີບດ່ວນກໍ່ສ້າງບັນດາແຜນຮ່າງໃນໂຄງການປະຕິບັດງານຂອງລັດຖະບານ. ຂ້າພະເຈົ້າກໍ່ສະເໜີໃຫ້ກະຊວງສາທາລະນະສຸກຮີບເຮັ່ງຄົ້ນຄ້ວາເພື່ອຍື່ນສະເໜີຕໍ່ລັດຖະບານເພື່ອໃຫ້ລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ