ຮອງຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດອາເມລິກາມາຢ້ຽມຢາມຫວຽດນາມ

ຮອງຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດອາເມລິກາມາຢ້ຽມຢາມຫວຽດນາມ - ảnh 1

ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ແລະ ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວ​ດ ຫວຽດ​ນາມ ໂຕ​ເລີມ
(ພາບ: cand.com.vn)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 19-22/5, ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫານັກ​ໂທ​ກສົງຄາມ ​ແລະ ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ POW/MIA ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ, ​ແລະ ທ່ານ​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວິ້ງ, ຝ່າຍ​ອາ​ເມ​ລິ​ກາ​ຕີ​ລາຄາ​ສູງ ​ແລະ ຂອບ​ອົກ​ຂອບ​ໃຈ​ເຈດ​ຕະນາ​ດີ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ໃນ​ຂົງ​ເຂດ​ຮ່ວມ​ມື​ມະນຸດສະທຳ​ຊອກ​ຫາ​ອັດຖິ​ທະຫານ​ອາ​ເມ​ລິ​ກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ. ຝ່າ​ຍຫວຽດນາມ ​ກໍ່​ຮັບ​ຮູ້​ການ​ໜູນ​ຊ່ວຍ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຄື​ລ້າງ​ພິດ​ດີ​ໂອ​ຊີ​ນ, ​ເກັບ​ກູ້​ລະ​ເບີດ​ຕົກ​ຄ້າງ​ຫຼັງ​ສົງຄາມ, ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ທະຫານ​ຫວຽດນາມ​ ທີ່​ເສຍສະຫຼະ​ໃນ​ປາງ​ສົງຄາມ ​ແລະ ສະ​ເໜີ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ມະນຸດສະທຳ​ກວ່າ​ອີກ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ທ້ອງ​ຖີ່​ນທີ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ໃນ​ສົງຄາມ.

 

ຂ່າວ/ບົດ​ອື່ນ