ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮວ່າງຊວັນຈຽນ ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄະນະກອງທັບສາກົນທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ
(VOVWORLD) - ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງທັບບັນດາປະເທດ ຈີນ, ລາວ ແລະ ກຳປູເຈຍ ທີ່ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີຂະບວນສວນສະໜາມຄັ້ງນີ້. ທ່ານເນັ້ນໜັກວ່າ, ການເຂົ້າຮ່ວມຂອງບັນດາຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງພິທີສະເຫຼີມສະຫຼອງ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບອັນດີງາມຂອງ 4 ປະເທດບ້ານໃກ້ເຮືອນຄຽງ: ຫວຽດນາມ - ຈີນ - ລາວ - ກຳປູເຈຍ ຢ່າງເລິກເຊິ່ງ.
ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ຄະນະກອງທັບສາກົນທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ (ພາບ: VOV) |
ຕອນເຊົ້າວັນທີ 29 ເມສາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄະນະກອງທັບ 3 ປະເທດເຂົ້າຮ່ວມການເດີນຂະບວນສວນສະໜາມ ທີ່ພວມຝຶກຊ້ອມຢູ່ ແຂວງ ບິ່ງເຢືອງ. ນະທີ່ນີ້, ຫົວໜ້າຄະນະບັນດາປະເທດສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນເມື່ອໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມາເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນເຫດການສຳຄັນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025); ຢັ້ງຢືນຄວາມຕັດສິນໃຈຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອເຂົ້າຮ່ວມພິທີເດີນຂະບວນສວນສະໜາມລະດັບຊາດ ໂດຍ ຫວຽດນາມ ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ຢ່າງສຳເລັດຜົນ.
ທ່ານພົນໂທ ຮວ່າງຊວັນຈຽນ ມອບຂອງຂວັນໃຫ້ບັນດາຄະນະກອບທັບສາກົນ (ພາບ: VOV) |
ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງທັບບັນດາປະເທດ ຈີນ, ລາວ ແລະ ກຳປູເຈຍ ທີ່ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີຂະບວນສວນສະໜາມຄັ້ງນີ້. ທ່ານເນັ້ນໜັກວ່າ, ການເຂົ້າຮ່ວມຂອງບັນດາຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງພິທີສະເຫຼີມສະຫຼອງ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບອັນດີງາມຂອງ 4 ປະເທດບ້ານໃກ້ເຮືອນຄຽງ: ຫວຽດນາມ - ຈີນ - ລາວ - ກຳປູເຈຍ ຢ່າງເລິກເຊິ່ງ.