ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮ​ວ່າງ​ຊວັນ​ຈຽນ ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ສວນ​ສະ​ໜາມ

(VOVWORLD) -  ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງທັບບັນດາປະເທດ ຈີນ, ລາວ ແລະ ກຳປູເຈຍ ທີ່ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີຂະບວນສວນສະໜາມຄັ້ງນີ້. ທ່ານເນັ້ນໜັກວ່າ, ການເຂົ້າຮ່ວມຂອງບັນດາຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງພິທີສະເຫຼີມສະຫຼອງ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບອັນດີງາມຂອງ 4 ປະເທດບ້ານໃກ້ເຮືອນຄຽງ: ຫວຽດນາມ - ຈີນ - ລາວ - ກຳປູເຈຍ ຢ່າງເລິກເຊິ່ງ.
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮ​ວ່າງ​ຊວັນ​ຈຽນ ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ສວນ​ສະ​ໜາມ - ảnh 1ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ຄະນະກອງທັບສາກົນທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ (ພາບ: VOV)

 ຕອນເຊົ້າວັນທີ 29 ເມສາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄະນະກອງທັບ 3 ປະເທດເຂົ້າຮ່ວມການເດີນຂະບວນສວນສະໜາມ ທີ່ພວມຝຶກຊ້ອມຢູ່ ແຂວງ ບິ່ງເຢືອງ. ນະທີ່ນີ້, ຫົວໜ້າຄະນະບັນດາປະເທດສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນເມື່ອໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມາເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນເຫດການສຳຄັນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025); ຢັ້ງຢືນຄວາມຕັດສິນໃຈຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອເຂົ້າຮ່ວມພິທີເດີນຂະບວນສວນສະໜາມລະດັບຊາດ ໂດຍ ຫວຽດນາມ ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ຢ່າງສຳເລັດຜົນ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮ​ວ່າງ​ຊວັນ​ຈຽນ ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ສວນ​ສະ​ໜາມ - ảnh 2ທ່ານພົນໂທ ຮວ່າງຊວັນຈຽນ ມອບຂອງຂວັນໃຫ້ບັນດາຄະນະກອບທັບສາກົນ (ພາບ: VOV)

        ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງທັບບັນດາປະເທດ ຈີນ, ລາວ ແລະ ກຳປູເຈຍ ທີ່ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີຂະບວນສວນສະໜາມຄັ້ງນີ້. ທ່ານເນັ້ນໜັກວ່າ, ການເຂົ້າຮ່ວມຂອງບັນດາຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງພິທີສະເຫຼີມສະຫຼອງ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບອັນດີງາມຂອງ 4 ປະເທດບ້ານໃກ້ເຮືອນຄຽງ: ຫວຽດນາມ - ຈີນ - ລາວ - ກຳປູເຈຍ ຢ່າງເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ