ຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸສ້າງ ຫວຽດນາມ ຊົມເຊີຍຄະນະນັກຮຽນຫວຽດນາມທີ່ເຂົ້າຮ່ວມງານແຂ່ງຂັນ Olympic IT ສາກົນ 2019

(VOVWORLD) -ນັກຮຽນທັງໝົດ 4 ຄົນຂອງຄະນະນັກຮຽນຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ IT ສາກົນ 2019 ລ້ວນແຕ່ຍາດໄດ້ຫຼຽນ.

        ຕອນບ່າຍວັນທີ 12 ສິງຫາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຫງວຽນຫືວໂດະ ໄດ້ມີໜ້າຢູ່ສະໜາມບິນສາກົນໂນ້ຍບາຍ ເພື່ອຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຄະນະນັກຮຽນຫວຽດນາມ ກັບເມືອປະເທດ ພາຍຫຼັງສໍາເລັດການແຂ່ງຂັນ IT ສາກົນ 2019. ນັກຮຽນທັງໝົດ 4 ຄົນຂອງຄະນະນັກຮຽນຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ IT ສາກົນ 2019 ລ້ວນແຕ່ຍາດໄດ້ຫຼຽນ. ໃນນັ້ນ ຍາດໄດ້ຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ. ໃນລະດູແຂ່ງຂັນ Olympic ສາກົນ ແລະ ພາກພື້ນ ປີ 2019, ຫວຽດນາມ ມີນັກຮຽນທັງໝົດ 38 ຄົນ ແລະ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ມີຫຼຽນຄໍາ 9 ຫຼຽນ, ຫຼຽນເງິນ 19 ຫຼຽນ ແລະ ຫຼຽນທອງ 9 ຫຼຽນ... ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນໃຫ້ເຫັນຄຸນນະພາບການສຶກສາບໍາລຸງສ້າງ ແລະ ທີ່ຕັ້ງຂອງນັກຮຽນຊັ້ນມັດທະຍົມຂອງຫວຽດນາມ ໃນເວທີພູມປັນຍາສາກົນ.

        ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຫງວຽນຫືວໂດະ ໃຫ້ຮູ້ວ່າ: ບົນເນື້ອໃນຈິດໃຈມຸ່ງໄປສູ່ພື້ນຖານການສຶກສາມີຄຸນນະພາບສູງ ນັບທັງການສຶກສາສາມັນ ແລະ ການສຶກສາປາຍແຫຼມ, ກະຊວງສຶກສາ ແລະ ບໍາລຸງສ້າງຈະສືບຕໍ່ຍູ້ແຮງການພັດທະນາໂຮງຮຽນສະເພາະວິຊາ, ກໍ່ສ້າງບັນດາຮູບແບບໂຮງຮຽນມີຄຸນນະພາບສູງ, ບັນດາຂະບວນການບໍາລຸງນັກຮຽນເກັ່ງ, ສ້າງພື້ນຖານການສຶກສາມີຄຸນນະພາບສູງ. 

ຕອບກັບ

ຂ່າວ/ບົດ​ອື່ນ