ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມ

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມ - ảnh 1
ທ່ານ ພົນ​ໂທ ຫງວຽນ​ບ໋າ​ຕິ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທັບ ປະຊາຊົນຫວຽດນາມ
(ພາບ: qdnd.vn)

​(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ທ່ານ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ​ແລະ ຄະນະ​ພະນັກງານ​ກອງພັນ​ໃຫຍ່ ​ແລະ ກອງ​ພົນ​ຂອງກອງທັບ​ປະຊາຊົນ​ລາວ ມາ​ຢ້ຽມຢາມ​ຫວຽດນາມ. ວັນ​ທີ 13/2, ພົນ​ຕີ ​ເລືອ​ງ​ເກື່ອງ, ກຳມະການ​ສູນ​ກາງ​ພັກ​, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ. ທ່ານ ພົນ​ຕີ ​ເລືອ​ງ​ເກື່ອງ ຊົມ​ເຊີຍ​ທ່ານ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ ​ໄດ້ມາ​ຢ້ຽມຢາມ​ຫວຽດນາມ​ຕາມ​ຂໍ​້ຕົກລົງ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະຫວ່າງ 2 ປະ​ເທດ. ​ແລະກໍ​ໃນ​ວັນ​ດຽວ​ກັນ, ທ່ານພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ ພົນ​ໂທ ຫງວຽນ​ບ໋າ​ຕິ, ກຳມະການ​ສູນ​ກາງ​ພັກ, ​ຫົວໜ້າເສ​ນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຢ້ຽມຢາມ​ກອງບັນຊາ​ການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ