ຮອ​ບ​ຊ​ິງ​ຊະ​ນະ​ເລີດ U23 ອາ​ຊີ​ ປີ 2026: U23 ຫວຽດ​ນາມ ໝັ້ນ​ໃຈ ແລະ ມີ​ຄວາມ​ຕັດ​ສິນ​ໃຈ​ສູງ

(VOVWORLD) - ຕອນບ່າຍວັນທີ 06 ມັງກອນ, ໃນຂອບເຂດການແຂ່ງຂັນບານເຕະຮອບຊິງຊະນະເລີດ U23 ອາຊີທີ່ດຳເນີນຢູ່ ອາຣັບບິ ຊະອຸດິ, ທິມບານເຕະ U23 ຫວຽດນາມ ແຂ່ງຂັນເກັມທຳອິດຢູ່ສາຍ A ກັບທິມບານເຕະ U23 ຈໍແດນ.
ຮອ​ບ​ຊ​ິງ​ຊະ​ນະ​ເລີດ U23 ອາ​ຊີ​ ປີ 2026: U23 ຫວຽດ​ນາມ ໝັ້ນ​ໃຈ ແລະ ມີ​ຄວາມ​ຕັດ​ສິນ​ໃຈ​ສູງ - ảnh 1ຄູຝຶກ Kim Sang Sik ພ້ອມດ້ວຍນັກກິລາ ຫຼີດຶກ ໃນການຖະແຫຼງຂ່າວ (ພາບ: VFF)
 ກ່າວຄຳເຫັນກ່ອນການແຂ່ງຂັນ, ທ່ານ Kim Sang Sik ຄູຝຶກ ທິມບານເຕະ U23 ຫວຽດນາມ ແບ່ງປັນວ່າ: U23 ຫວຽດນາມ ຖືກຕີລາຄາວ່າເປັນທິມເຕະອ່ອນໃນສາຍ A ແລະ 3 ຄູ່ແຂ່ງທີ່ຍັງເຫຼືອລ້ວນແຕ່ແມ່ນທິມເຂັ້ມແຂງທີ່ສຸດ. ແຕ່ຖ້າສຸມຈິດສຸມໃສ່, ມີຄວາມຕັດສິນໃຈ ແລະ ມີຈິດໃຈຕໍ່ສູ້ຢ່າງເຂັ້ມແຂງ, ທິມບານເຕະ U23 ຫວຽດນາມ ກໍມີໂອກາດໄດ້ແຂ່ງຂັນຕໍ່. ນັກຍຸດທະສາດ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານມີຄວາມສຸກທີ່ສຸດເມື່ອໄດ້ນຳພາ U23 ຫວຽດນາມ ແຂ່ງຂັນລະດັບທະວີບ. U23 ຫວຽດນາມ ໄດ້ສຳເລັດເປົ້າໝາຍທີ່ວາງອອກໃນງານມະຫາກຳກິລາ ຊີເກັມ 33 ແລະ ປັດຈຸບັນນີ້ ແມ່ນຈຸດເວລາທີ່ທຸກຄົນໃນທິມສຸມກຳລັງໃຫ້ແກ່ຮອບຊິງຊະນະເລີດ U23 ອາຊີ ປີ 2026.

ຕາມຕາຕະລາງການແຂ່ງຂັນ, ທິມ U23 ຫວຽດນາມ ຈະແຂ່ງຂັນກັບທິມ U23 ກຽກກີສະຖາ ໃນວັນທີ 9 ມັງກອນ ແລະ ທິມປະເທດເຈົ້າພາບ ອາຣັບບິ ຊະອຸດິ ໃນວັນທີ 12 ມັງກອນ. ຮອບຊິງຊະນະເລີດ U23 ອາຊີ ດຳເນີນແຕ່ວັນທີ 6 ຫາວັນທີ 24 ມັງກອນ, ຢູ່ ອາຣັບບິ ຊະອຸດິ ດ້ວຍການເຂົ້າຮ່ວມແຂ່ງຂັນຂອງ 16 ທິມ.


 

ຕອບກັບ

ຂ່າວ/ບົດ​ອື່ນ