ຮອບຊິງຊະນະເລີດງານປະກວດສຽງເພງຜູ້ເຮັດວຽກງານສື່ມວນຊົນຄັ້ງທີ 6 ປີ 2018

(VOVWORLD) -ຮອບຊິງຊະນະເລີດງານປະກວດສຽງເພງຜູ້ເຮັດວຽກງານສື່ມວນຊົນຄັ້ງທີ 6 ປີ 2018 ໂດຍສະມາຄົມນັກຂ່າວຫວຽດນາມຈັດຂຶ້ນໃນຕອນຄ່ຳວັນທີ 27 ຕຸລາຢູ່ຮ່າໂນ້ຍ
ຮອບຊິງຊະນະເລີດງານປະກວດສຽງເພງຜູ້ເຮັດວຽກງານສື່ມວນຊົນຄັ້ງທີ 6 ປີ 2018 - ảnh 1 ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ແລະ ທ່ານ ຫງວຽນດຶກເລີ້ຍ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມຂຶ້ນມອບ 2 ລາງວັນທີ 3

ເຂົ້າຮ່ວມພິທີມອບລາງວັນຮອບຊິງຊະນະເລີດງານປະກວດສຽງເພງຜູ້ເຮັດວຽກງານສື່ມວນຊົນຄັ້ງທີ 6 ປີ 2018 ມີທ່ານ ຖ້ວນຮີ້ວ ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມເຍີນເຢີນ, ປະທານສະມາຄົມນັກຂ່າວຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ; ທ່ານ ຫງວຽນເທ້ກີ,  ກຳມະການສູນກາງພັກ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.

    ໃນການມອບລາງວັນນັ້ນ, ລາງວັນທີ 1 ແມ່ນໄດ້ແກ່ນາງ ຫງວຽນທິຮົ່ງຍຸງ ສັງກັດສະມາຄົມນັກຂ່າວໜັງສືພິມຜູ້ແທນປະຊາຊົນ, 2 ລາງວັນທີ 2 ແມ່ນໄດ້ແກ່ນາງດັ້ງທິງວຽດ, ສະມາຄົມນັກຂ່າວສູນກະຈາຍສຽງ-ໂທລະພາບກອງທັບ ແລະ ນາງ ຫງວຽນທິຖິ່ວຈາງ ສັງກັດວິທະຍຸກະຈາຍສຽງ-ໂທລະພາບແຂວງເທື່ອທຽນເຫ້ວ; 2 ລາງວັນທີ 3 ແມ່ນໄດ້ແກ່ໝູ່ນັກຮ້ອງ ສະມາຄົມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ແລະ ນາງຫງວຽນທິມິນເຈົາ ສະມາຄົມນັກຂ່າວອົງການສູນກາງສະມາຄົມນັກຂ່າວຫວຽດນາມ. ນັກຂ່າວ ຫງວຽນຕ້ວນຕູ້, ພະແນກຂ່າວສະຖານະການ, ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ :

    “ ໄດ້ເຂົ້າຮ່ວມງານປະກວດສຽງເພງ ກໍແມ່ນຄວາມເປັນກຽດບໍ່ສະເພາະແຕ່ຂ້າພະເຈົ້າເທົ່ານັ້ນ, ຫາກຍັງແມ່ນຄວາມເປັນກຽດຂອງບັນດາພະນັກງານ, ນັກຂ່າວທັງໝົດໃນ ວິທະຍຸກະຈາຍສຽງຫວຽດນາມອີກດ້ວຍ. ໄດ້ເຂົ້າຮ່ວມ ຮອບຊິງຊະນະເລີດງານປະກວດສຽງເພງຜູ້ເຮັດວຽກງານສື່ມວນຊົນຄັ້ງນີ້, ພວກຂ້າພະເຈົ້າໄດ້ພົບກັບບັນດາເພື່ອຮ່ວມອາຊີບທີີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮູ້ວ່າບັນດາເພື່ອຮ່ວມອາຊີບບໍ່ພຽງແຕ່ແມ່ນບັນດານັກຂ່າວທີ່ເກັ່ງກ້າເທົ່ານັ້ນ, ຫາກຍັງເປັນນັກຮ້ອງສຽງດີອີກດ້ວຍ  ”

ຕອບກັບ

ຂ່າວ/ບົດ​ອື່ນ