ຮອບຊິງຊະນະເລີດໃນການແຂ່ງຂັນປະດິດສ້າງ Robot ຫວຽດນາມ 2013

ຮອບຊິງຊະນະເລີດໃນການແຂ່ງຂັນປະດິດສ້າງ Robot ຫວຽດນາມ 2013 - ảnh 1
ທິມຂອງມະຫາວິທະຍາໄລ ຢູຍເຕີນ
(ພາບ: tienphong.vn)

(vovworld) – ຮອບ​ຊິງ​ຊະນະ​ເລີດ​​ໃນການ​ແຂ່ງຂັນ​ປະດິດ​ສ້າງ Robot ຫວຽດນາມ 2013 ຖືກ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 6 – 12/5 ຢູ່​ນະຄອນ ດ່າ​ໜັງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 32 ທິມ ທີ່​ມາ​ຈາກ ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ​ໂຮງຮຽນ​ວິຊາຊີບ​ຊັ້ນ​ກາງ 45 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ບັນດາ​ທິມ​ໄດ້​ພ້ອມ​ກັນ​ແຂ່ງຂັນ​ເພື່ອ​ຍາດ​ໄດ້​ຊະນະ​ເລີດ, ກາຍ​ເປັນ​ທິມຕາງໜ້າ​ໃຫ້ Robocon ຫວຽດນາມ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ Robocon ສາກົນ​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ, ​ເຊິ່ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 16 – 20/8/2013 ຢູ່​ນະຄອນ ດ່າ​ໜັງ. ດ້ວຍ​ຫົວ​ຂໍ້​ວ່າ “​ໂລກ​ຂຽວ”, ການ​​ແຂ່ງຂັນ Robocon 2013 ​ເປັນສານ​ທີ່​ວ່າ “​ແຕ່ລະ​ປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ໂລກ”.

ຂ່າວ/ບົດ​ອື່ນ