ຮອບ​ຮອງ​ຊະ​ນະ​ເລີດງານ​ປະ​ກວດ​ນັກ​ຮ້ອງ​​ສຽງ​ດີພາ​ສາ ສ.ເກົາຫຼີ - VOV 2019

(VOVWORLD) -ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ - VOV 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 27 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສ.ເກົາຫຼີ (22/12/1992 – 22/12/2019) ແລະ ລາຍການກະຈາຍສຽງພາສາ ສ.ເກົາຫຼີ (VOV5) ອອກອາກາດຄົບຮອບ 1 ປີ.
ຮອບ​ຮອງ​ຊະ​ນະ​ເລີດງານ​ປະ​ກວດ​ນັກ​ຮ້ອງ​​ສຽງ​ດີພາ​ສາ ສ.ເກົາຫຼີ - VOV 2019 - ảnh 1

     ພາຍຫຼັງປຸກລະດົມໃນເວລາ 2 ເດືອນ, ຄະນະຈັດຕັ້ງໄດ້ຮັບກ່ວາ 400 ລາຍການຈາກບັນດາເພື່ອນໜຸ່ມຢູ່ຫຼາຍແຂວງນະຄອນໃນທົ່ວປະເທດ.

     ມີ 26 ລາຍການໄດ້ຄັດເລືອກເຂົ້າຮອບຮອງຊະນະເລີດ ຊື່ງຈັດຂຶ້ນໃນຕອນຄ່ຳວັນທີ 20 ທັນວາ ຢູ່ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ. ທ່ານ ເຈິນເຍິດເຢືອງ, ຫົວໜ້າພະແນກດົນຕີ (VOV3),  ຮອງຫົວໜ້າຄະນະຈັດຕັ້ງງານປະກວດ ໃຫ້ຮູ້ວ່າ:

   ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງວິທະຍຸກະຈາຍສຽງຫວຽດນາມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮັບຊົມຂອງຜູ້ຟັງຜູ້ຊົມເປັນຈຳນວນຫຼວງຫຼາຍ. ການເຄື່ອນໄຫວນີ້ກໍ່ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ກໍ່ຄືເພື່ອໃຫ້ພວກເພື່ອນເຂົ້າໃຈປະເທດ ສ.ເກົາຫຼີ ກ່ວາອີກ ຜ່ານທາງວັດທະນະທຳ, ໂດຍສະເພາະ ຜ່ານດົນຕີ.

   ຄະນະຈັດຕັ້ງໄດ້ຄັດເລືອກເອົາ 10 ລາຍການເຂົ້າຮອບຊິງຊະນະເລີດ ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ - VOV 2019 ຊື່ງຈະຈັດຂຶ້ນໃນວັນທີ 10 ມັງກອນປີ 2020 ທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ