ຮອບ​ເຈລະຈາຄັ້ງທີ18 ກ່ຽວ​ກັບ​ບັນຫາ​ສິດທິ​ ມະນຸດ​ລະຫວ່າງຫວຽ​ດ ນາມ-​ອາ​ເມ​ລິ​ກາ​


ຮອບ​ເຈລະຈາຄັ້ງທີ18 ກ່ຽວ​ກັບ​ບັນຫາ​ສິດທິ​ ມະນຸດ​ລະຫວ່າງຫວຽ​ດ ນາມ-​ອາ​ເມ​ລິ​ກາ​ - ảnh 1

ທ່ານ​ເລ​ຫາຍ​ບິງ

(ພາບ: http://nld.com.vn)

(vovworld)- ​ ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດ ນາມ ຈັດ​ຂຶ້ນ​ໃນວັນ​ທີ 15/5, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຫາຍ​ບິ່ງ ​ໂຄ​ສົກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ຮອບ​ເຈລະຈາຄັ້ງທີ 18 ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ລະຫວ່າງ​ຫວຽ​ດນາມ-​ອາ​ເມ​ລິ​ກາ ຫາ​ກໍ່ດ​ຳ​ເນີນ​ໄປ​ຢູ່​ນະຄອນຫຼວງວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 11-12/5. ທີ່​ຮອບ​ເຈລະຈາ​ຄັ້ງນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາບັນດາ​ບັນຫາ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​:

   “ຫວຽດນາມ ​ໄດ້​ໃຫ້​ຂ່າວ​ຢ່າງ​ຄົບ​ຖ້ວນ ​ແລະ ​ເປີດ​ອົກ​ເປີດ​ໃຈ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ, ຜົນງານ ​ແລະ ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ບັນດາ​ສິດທິ​ມະນຸດ​ຢູ່​ຫວຽດນາມ, ​ແລກປ່ຽນ​ຢ່າງກົງ​ໄປ​ກົງ​ມາ, ​ແທດ​ຈິງ​ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ​ອາ​ເມ​ລິ​ກາ, ພ້ອມ​ທັງ​ຊີ້​ແຈ້ງວ່າ ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ​ຢູ່​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ​ກ່ຽວ​ກັບສິດທິ​ມະນຸດ​ , ​ໃນ​ນັ້ນມີ​ສະພາສິດທິ​ມະນຸດ​ ສປຊ ຊື່​ງທັງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ ລ້ວນ​ແຕ່​ແມ່ນ​ສະມາຊິກ. ການເຈລະຈາກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ລະຫວ່າງ​ຫວຽ​ດນາມ-​ອາ​ເມ​ລິ​ກາ​  ​ແມ່ນ​ກົນ​ໄກ​ທີ່​ມີ​ລັກສະນະ​ສ້າງສັນ, ມີ​ເຈດ​ຕະນາ​ດີ ​ແລະ ​ເຄົາລົບ​ນັບຖື​ຊື່​ງກັນ ​ແລະ ກັນ, ຊ່ວຍ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຂົງ​ເຂດສິດທິ​ມະນຸດ​, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງ​ຫວຽ​ດນາມ-​ອາ​ເມ​ລິ​ກາ​“./.

ຂ່າວ/ບົດ​ອື່ນ