ຮ່ານາມ: ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ 2023

(VOVWORLD) - ຮ່ານາມ ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນເປັນແບບຢ່າງໃຫ້ແກ່ການພົວພັນຮ່ວມມືມິດຕະພາບ ຍີ່ປຸ່ນ - ຫວຽດນາມ...
ຮ່ານາມ: ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ 2023 - ảnh 1ການວາງສະແດງສິລະປະທີ່ງານບຸນ
(ພາບ:VOV)

ຕອນຄ່ຳວັນທີ 14 ພຶດສະພາ, ເຂດປູຊະນີຍະສະຖານທິວທັດທຳມະຊາດ ຕາມຈຸກ, ເມືອງ ກິມບ໊າງ, ແຂວງ ຮ່ານາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີໄຂສັບປະດາວັດທະນະທຳ  - ທ່ອງທ່ຽວແຂວງ ຮ່ານາມ 2023, ເຫດການເພື່ອຕອບສະໜອງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ  (1973 -1923).

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈືອງກວັກຮຸຍ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ຮ່ານາມ, ເນັ້ນໜັກວ່າ:

        ເມື່ອເຂົ້າຮ່ວມສັບປະດາວັດທະນະທຳ - ທ່ອງທ່ຽວແຂວງ ຮ່ານາມ ປີ 2023, ບັນດາຜູ້ແທນ ແລະ ແຂກທ່ອງທ່ຽວ ໄດ້ລົງຕົວຈິງຜ່ານການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກສະເພາະ 12 ລາຍການ. ການຈັດບັນດາເຫດການດ້ວຍຂອບຂະໜາດໃຫຍ່, ຄຸນນະພາບໃນຂອບເຂດສັບປະດາວັດທະນະທຳ, ທ່ອງທ່ຽວ ຮ່ານາມ ປີນີ້ ບໍ່ພຽງແຕ່ເພື່ອຍູ້ແຮງການໂຄສະນາ, ດຶງດູດການທ່ອງທ່ຽວເທົ່ານັ້ນ ຫາກຍັງສ້າງກາລະໂອກາດ ເພື່ອໃຫ້ບັນດານັກລົງທຶນມາອກຫາ, ຂຸຄົ້ນການລົງທຶນ ແລະ ພັດທະນາການທ່ອງທ່ຽວຢູ່ແຂວງ ຮ່ານາມ ອີກດ້ວຍ. ບັນດາໝາກຜົນຂອງການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ ລະຫວ່າງແຂວງ ຮ່ານາມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ໄດ້ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງກ່ວາອີກ”.

        ສ່ວນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ຖືວ່າ: ຮ່ານາມ ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນເປັນແບບຢ່າງໃຫ້ແກ່ການພົວພັນຮ່ວມມືມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຮ່ານາມ ໄດ້ປະຕິບັດບັນດາຄຳໝັ້ນສັນຍາເພື່ອດຶງດູດການລົງທຶນຂອງວິສາຫະກິດ ຍີ່ປຸ່ນ ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ, ຫຼາຍວິສາຫະກິດ ຍີ່ປຸ່ນ ໄດ້ ແລະ ພວມເຄື່ອນໄຫວໃນສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າການນຳພັກ, ລັດ ມອບຂໍ້ຕົກລົງຢັ້ງຢືນ ຂອງປະເສີດ 2 ຢ່າງຂອງຊາດໃຫ້ແກ່ແຂວງ ຮ່ານາມ. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກໍ່ມອບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ 4 ແຫ່ງໃຫ້ແກ່ແຂວງ ຮ່ານາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ