ຮາມາດປະຕິເສດຄວາມສາມາດເຈລະຈາໂດຍກົງກັບອິດສະຣາແອນ

ຮາມາດປະຕິເສດຄວາມສາມາດເຈລະຈາໂດຍກົງກັບອິດສະຣາແອນ - ảnh 1
ບັນດາມືປືນເຂົ້າຮ່ວມການເດີນຂະບວນຢູ່ນະຄອນ ກາຊາ ໃນວັນທີ 11/9
(ພາບ: AFP/TTXVN)

(vovworld) – ວັນ​ທີ 13/9, ການ​ນຳ​ອັນ​ດັບ​ໜຶ່ງ​ຂອງ​ຂະ​ບວນການ​ອິດສະ​ລາມ ຮາ​ມາດ ​ເຄີຍ​ຮັກສາ​ຕຳ​ແໜ່​ງນາຍົກລັດຖະມົນຕີອຳນາດການ​ປົກຄອງ​ຂອງ ຮາ​ມາດ ຢູ່​ເຂດ ກາ​ຊາ, ທ່ານ​ Ismail Haniya ຢັ້ງຢືນ​ວ່າ: ຂະ​ບວນການ​ນີ້​ບໍ່​ມີ​ເຈດ​ຈຳນົງ​ຈັດ​ຕັ້ງ​ການ​ເຈລະຈາ ​ໂດຍ​ກົງ​ກັບ ອິດສະຣາ​ແອນ. ກ່າວ​ຄຳ​ເຫັນ​ຕໍ່​ມະຫາຊົນ​ຢູ່​ເຂດ ກາຊາ, ທ່ານ Haniya ຖະ​ແຫຼ​ງຈະ “ບໍ່​ມີ​ການ​ເຈລະຈາ​ໂດຍ​ກົງ​ກັບ​ຝ່າຍ​​ຊາວ​ຢິວ”, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ ປາ​ແລດສະຕີ​ນ ​Mahmud Abbas ທີ່ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ “ພິຈາລະນາ​ຄືນ” ຍຸດ​ທະ​ສາດ​ເຈລະຈາ​ກັບ ອິດ​ສະຣາ​ແອນ.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 12/9, ຮອງ​ຫົວໜ້າ​ຜູ້​ອື່ນ​ຂອງ ຮາ​ມາດ ທີ່ພວມຜັດ​ຖິ່ນແມ່ນ​ທ່ານ Mussa Abu Marzuq ຖື​ວ່າ ອາດ​ສາມາດ​ບໍ່​ຫຼີກລ້ຽງການ​ເຈລະຈາ​ກັບ​ລັດ​ຊາວ ຢິວ ​​ໃນ​ສະພາບ​ການ​ບັນດາ​ການ​ເຈລະຈາ​ໂດຍ​ທາງ​ອ້ອມ ຖືກ​ນຳ​ເຂົ້າ​​ແຜນການ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຢູ່ ກາຍ​ໂຣ, ​ໂດຍ ອີ​ຢິບ ​ແມ່ນ​ຄົນ​ກາງ​ໄກ່​ເກ່ຍ, ​ເພື່ອ​ແນ​ໃສ່​ປັບ​ປຸງຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ​ກາຊາ​.


ຂ່າວ/ບົດ​ອື່ນ