ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວ 208 ລ້ານເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2023

(VOVWORLD) -ໃນ 3 ມື້ພັກບຸນປີໃໝ່ (ແຕ່ວັນທີ 31 ທັນວາ 2022 ຫາວັນທີ 02 ມັງກອນ 2023), ນະຄອນຫຼວງ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 208.000 ເທື່ອຄົນ
ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວ 208 ລ້ານເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2023 - ảnh 1(ພາບປະກອບ: kinhtedothi.vn)

        ວັນທີ 02 ມັງກອນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ: ໃນ 3 ມື້ພັກບຸນປີໃໝ່ (ແຕ່ວັນທີ 31 ທັນວາ 2022 ຫາວັນທີ 02 ມັງກອນ 2023), ນະຄອນຫຼວງ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 208.000 ເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນປະມານ 38.000 ຄົນ. ພ້ອມກັບເລື່ອງຄວບຄຸມໂລກລະບາດໂຄວິດ-19, ບັນດາການເຄື່ອນໄຫວດຳເນີນທຸລະກິດ, ການບໍລິການເປີດປະຕູຄືນໃໝ່, ຄວາມຕ້ອງການພັກຜ່ອນບຳລຸງສຸຂະພາບ, ການໄປຢ້ຽມຢາມຂອງແຂກທ່ອງທ່ຽວເພີ່ມຂຶ້ນສູງ. ແຂກທ່ອງທ່ຽວສາກົນມາຈາກບັນດາປະເທດຄື: ຍີ່ປຸ່ນ, ຈີນ, ອັງກິດ, ອາເມລີກາ… ເປັນຕົ້ນ.

        ບັນດາລາຍການຕ້ອງຮັບບຸນປີໃໝ່ສາກົນ 2023 ໄດ້ຈັດຂຶ້ນບັນລຸຜົນສຳເລັດ, ອັນໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ, ຄື: ລາຍການ “ສະບາຍດີບຸນປີໃໝ່ 2023” ຢູ່ສະໜາມຫຼວງ ດົງກິນເງັ້ຍທຸກ; ບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ອາຫານການກິນ…

ຕອບກັບ

ຂ່າວ/ບົດ​ອື່ນ