ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ບັນດາທ້ອງຖິ່ນອື່ນສືບຕໍ່ປະຕິບັດການແຍກຫ່່​າງໃນສັງຄົມ

(VOVWORLD) -ຕອນບ່າຍວັນທີ 15 ເມສາ, ຄະນະປະຈຳລັດຖະບານຫວຽດນາມ ໄດ້ດຳເນີນປະຊຸມກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ 19 ພ້ອມກັບບັນດາກະຊວງ, ຂະແໜງການຕ່າງໆໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເພື່ອຕີລາຄາສະພາບການປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີວ່າດ້ວຍການແຍກຫ່າງໃນສັງຄົມ
ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ  ບັນດາທ້ອງຖິ່ນອື່ນສືບຕໍ່ປະຕິບັດການແຍກຫ່່​າງໃນສັງຄົມ - ảnh 1ຄະນະປະຈຳລັດຖະບານ ດຳເນີນປະຊຸມກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -19 

ພາຍຫຼັງທີ່ໄດ້ຮັບຟັງຄຳເຫັນຂອງ ຄະນະປະຈຳລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການຕ່າງໆ , ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຫັນດີກັບຂໍ້ສະຫຼຸບຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ 19 ວ່າ : ຈະຈັດແບ່ງປະເພດກຸ່ມທ້ອງຖິ່ນທີ່ມີຄວາມສ່ຽງຕາມລະດັບຄື : ຄວາມສ່ຽງສູງ, ຄວາມສ່ຽງ ແລະ ຄວາມສ່ຽງຕ່ຳ.

     ລະອຽດຄື: ກຸ່ມ ຄວາມສ່ຽງສູງ ລວມມີ 12 ທ້ອງຖິ່ນ, ໃນນັ້ນມີ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແມ່ນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຕື່ມອີກ 1 ອາທິດ(ຮອດວັນທີ 22 ເມສາ) ຫຼື 2 ອາທິດ(ວັນທີ 30 ເມສາ)ຫຼືແກ່ຍາວຕື່ມອີກໂດຍອີງຕາມສະພາບການຂອງໂລກລະບາດ. ສຳລັບ ກຸ່ມຄວາມສ່ຽງ ແມ່ນ ລວມມີ 15 ທ້ອງຖິ່ນ, ໃນນັ້ນມີ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແມ່ນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຕື່ມອີກ 1 ອາທິດ(ຮອດວັນທີ 22 ເມສາ). ສ່ວນ ກຸ່ມຄວາມສ່ຽງຕ່ຳ ແມ່ນບັນດາທ້ອງຖິ່ນທີ່ຍັງເຫຼືອ ແມ່ນສືບຕໍ່ປະຕິບັດ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ