ຮ່າໂນ້ຍ: ພິທີພາວະນາເພື່ອສັນຕິພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນຊົນທິສັນຍາ ປາຣີ

(VOVWORLD) -ພິທີພາວະນາ ເພື່ອສັນຕິພາບຢ່າງສົມກຽດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ ປາຣີ, ຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.

ຕອນບ່າຍວັນທີ 14 ມັງກອນ, ຢູ່ ວັດ ກວານຊື, ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະໜາມ ຫວຽດນາມ ໄດ້ຈັດພິທີພາວະນາ ເພື່ອສັນຕິພາບຢ່າງສົມກຽດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ ປາຣີ, ຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.

ພະມະຫາອາຈານ ທິກແທັງຍິວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາມ ຫວຽດນາມ ພ້ອມກັບສະມາຊິກສະພາບໍລິຫານງານ ໄດ້ພ້ອມກັນຖະຫວາຍທູບທຽນ ແລະ ພ້ອມກັນສູດມົນ, ສະແດງຄວາມເຄົາລົບຜູ້ໄດ້ອຸທິດອາຍຸໜຸ່ມແໜ້ນ, ເລືອດເນື້ອເພື່ອເອກະລາດ, ໂຮມປະເທດຊາດເປັນເອກະລາດ.

ພິທີດັ່ງກ່າວບໍ່ພຽງແຕ່ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ ປາຣີ ສິ້ນສຸດສົງຄາມຢູ່ ຫວຽດນາມ ເທົ່ານັ້ນ, ຫາກບອກເຕືອນໃຫ້ຊາວ ຫວຽດນາມ ແຕ່ລະຄົນຄິດຮອດເຖິງໄລຍະຕໍ່ສູ້ຢ່າງພິລະອາດຫານເພື່ອຍາດເອົາເອກະລາດ, ຄວາມເສເລລີພາບມາໃຫ້ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ