ຮ່າໂນ້ຍ - ວຽງຈັນ ເພີ່ມທະວີ ການຮ່ວມມື, ແບ່ງປັນບົດຮຽນໃນການ ເຄື່ອນໄຫວດ້ານຕຸລາການ

ຮ່າໂນ້ຍ - ວຽງຈັນ ເພີ່ມທະວີ ການຮ່ວມມື, ແບ່ງປັນບົດຮຽນໃນການ ເຄື່ອນໄຫວດ້ານຕຸລາການ - ảnh 1
ຄະນະ​ຜູ້​ແທນ​ພະ​ແນກຍຸດຕິ​ທຳ​ນະຄອນ​ຫຼວງວຽງ​ຈັນ
ແລະ ພະ​ແນ​ກຍຸດຕິ​ທຳ​ນະຄອນ​ຮ່າ​ໂນ້ຍ
(ພາບ: phapluatxahoi.vn)

(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 28 - 29/8, ຄະນະ​ຜູ້​ແທນ​ພະ​ແນກຍຸດຕິ​ທຳ​ນະຄອນ​ຫຼວງວຽງ​ຈັນ ​ໂດຍ​ທ່ານ  ບຸນຊ່ວງ ທະວີ​ສັກ, ຫົວໜ້າ​ພະ​ແນ​ກຍຸດຕິ​ທຳ​ນະຄອນວຽງ​ຈັນ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະ​ແນ​ກຍຸດຕິ​ທຳ​ນະຄອນ​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ຍຸດຕິ​ທຳ. ທີ່​ການ​ເຮັດ​ວຽກ, ຜູ້ຕາງໜ້າ​ພະ​ແນ​ກຍຸດຕິ​ທຳ​ສອງ​ຝ່າຍ ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ການຂອງ​ຂະ​ແໜງ. ທ່ານ ບຸນຊ່ວງ ທະວີ​ສັກ, ຫົວໜ້າ​ພະ​ແນ​ກຍຸດຕິ​ທຳ​ນະຄອນວຽງ​ຈັນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ບັນ​ດາ​ການ​​ເຄື່ອນ​ໄຫວໂຄສະ​ນາ, ​ເຜີຍ​ແຜ່​, ສຶກສາ​ດ້ານ​ກົດໝາຍ​ຂອງ​ລາວ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເພາະສະ​ນັ້ນ, ບັນດາ​ບົດຮຽນ, ຮູບ​ແບບ, ວິທີ​ປະຕິບັດ​ໄດ້​​ດີ ​ເຊິ່ງພະ​ແນ​ກຍຸດຕິ​ທຳ​ຮ່າ​ໂນ້ຍ ​ໄດ້​ແບ່ງປັນຂັ້ນ ຈະປະກອບສ່ວນ​ຢ່າງ​ແທດ​ຈິງ​ຊ່ວຍ​ໃຫ້​ວຽງ​ຈັນ ຍົກ​ສູງ​ປະສິດ​ທິຜົນ​ໃນ​ການ​ເຄື່ອນ​ໄຫວ​​ວຽກ​ງານ​ນີ້ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແນ​ໃສ່ຮັບ​ໃຊ້​ປະຊາຊົນ​ນະຄອນຫຼວງວຽງ​ຈັນ ​ໃຫ້​ດີກ​ວ່າ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ກົດໝາຍ​ກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ