ຮ່າໂນ້ຍສະຫຼຸບລາຍການຍົກສູງຄຸນນະພາບ, ປະສິດທິຜົນກຳລັງແກ່ງແຍ້ງຂອງເສດຖະກິດນະຄອນຫຼວງ

ຮ່າໂນ້ຍສະຫຼຸບລາຍການຍົກສູງຄຸນນະພາບ, ປະສິດທິຜົນກຳລັງແກ່ງແຍ້ງຂອງເສດຖະກິດນະຄອນຫຼວງ - ảnh 1
(ທ່ານ​ປະທາ​ນຄະນະ​ກຳມະການ​ປະຊາຊົນ
​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ)


(vovworld) - ວັນ​ທີ 24/6, ຄະນະ​ພັກ​​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ລາຍການ​ສຸມ​ໃສ່ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ກຳລັງ​ແກ່ງ​ແຍ້​ງ, ພັດທະນາ​ເສດຖະກິດ​ນະຄອນຫຼວງ​ໃຫ້​ເຕີບ​ໂດຍ​ໄວ ​ແລະ ໝັ້ນຄົງ​ໃນ​ໄລຍະ 2011-2015. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ, ​ໃນ 5 ປີຜ່ານມາ, ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ສຸມ​ໃສ່​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ​ສູນ​ກາງ​​ໃນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກິ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ຊີວິດ​ສັງຄົມ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດຖະກິດ​ຄືນ​ໃໝ່. ​ເສດຖະກິດ​ນະຄອນ​ສືບ​ຕໍ່​ມີ​ບາດ​ກ້າວ​ພັດທະນາ​ຢ່າງ​ໝັ້ນ​ຄົງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທາ​ນຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ, ​ໃຫ້​ຮູ້​ວ່າ:

​ໃນ​​ສະ​ເພາະ​ໜ້າ, ຮ່າ​ໂນ້ຍ ຕ້ອງ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ສຸມ​ໃສ່​ຊຸກຍູ້​ການ​ດຳ​ເນີນ​ທຸລະ​ກິດ, ຟື້ນ​ຟູ​ການ​ຜະລິດ, ຮັກສາ​ລາຄາ​ເປັນ​ປົກກະຕິ. ​ໃນ​ໄລຍະ​ຍາວ​ຕ້ອງ​ຖື​ເປັນ​ສຳຄັນ​ວຽກ​ງານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ທຸກ​ມາດ​ຕະການ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ສະດວກ, ຄວາມ​ສາມາດ​ບົ່ມ​ຊ້ອນ, ຈາກ​ນັ້ນ​ຍູ້​ໄວ​ເສດຖະກິດ​ພຸມ​ປັນຍາ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສ​ດເຖິງ​ເຕັກ​ໂນ​ໂລ​ຢີສູງ, ການ​ບໍລິການ​ຄຸນ​ນະພາ​ບສູງ.

ຂ່າວ/ບົດ​ອື່ນ