ຮ່າ​ໂນ້ຍ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ນະ​ຄອນ​ທ່ອງ​ທ່ຽວ​ແຖວ​ໜ້າ​ໂລກ ​ສຳ​ລັບ ການ​ພັກ​ຜ່ອນໄລ​ຍະ​ສັ້ນ​ໃນ​ປີ 2023

(VOVWORLD) - ນາມະຍົດນະຄອນທ່ອງທ່ຽວແຖວໜ້າໂລກ ສຳລັບການພັກຜ່ອນໄລຍະສັ້ນປີນີ້ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນຄວາມສາມາດບົ່ມຊ້ອນ ແລະ ກຳລັງດຶງດູດຂອງຂະແໜງທ່ອງທ່ຽວ ນະຄອນຫຼວງ ໃນແຜນທີ່ທ່ອງທ່ຽວສາກົນ. 
ຮ່າ​ໂນ້ຍ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ນະ​ຄອນ​ທ່ອງ​ທ່ຽວ​ແຖວ​ໜ້າ​ໂລກ ​ສຳ​ລັບ ການ​ພັກ​ຜ່ອນໄລ​ຍະ​ສັ້ນ​ໃນ​ປີ 2023 - ảnh 1Tour ທ່ອງທ່ຽວຢູ່ຮາໂນ້ຍ

ວັນທີ 4 ທັນວາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: ອົງການຈັດຕັ້ງ ລາງວັນທ່ອງທ່ຽວໂລກຫາກໍ່ ເຊີດຊູນະຄອນຮ່າໂນ້ຍ ແມ່ນນະຄອນທ່ອງທ່ຽວແຖວໜ້າໂລກ ສຳລັບການພັກຜ່ອນໄລຍະສັ້ນ ປີ 2023. ພິທີມອບລາງວັນທ່ອງທ່ຽວໂລກ (World Travel Awards) ໄດ້ຈັດຂຶ້ນຢູ່ນະຄອນ Dubai ( ສະຫະລັດ ອາຣັບ ເອມີເລດ). ນີ້ແມ່ນປີທີສອງ ຢ່າງລຽນຕິດທີ່ນະຄອນຮ່າໂນ້ຍ ມີຄວາມເປັນກຽດໄດ້ຮັບລາງວັນນີ້ ຂອງອົງການຈັດຕັ້ງ ລາງວັນທ່ອງທ່ຽວໂລກ. ນາມະຍົດນະຄອນທ່ອງທ່ຽວແຖວໜ້າໂລກ ສຳລັບການພັກຜ່ອນໄລຍະສັ້ນປີນີ້ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນຄວາມສາມາດບົ່ມຊ້ອນ ແລະ ກຳລັງດຶງດູດຂອງຂະແໜງທ່ອງທ່ຽວ ນະຄອນຫຼວງ ໃນແຜນທີ່ທ່ອງທ່ຽວສາກົນ. ຜ່ານການບັນລຸໄດ້ນາມມະຍົດນີ້, ທາງນະຄອນຮ່າໂນ້ຍ ປາດຖະໜາຢາກ ແນະນຳບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ຂອງນະຄອນຫຼວງ ໃຫ້ແກ່ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ