ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ

(VOVWORLD) - ຕອນຄ່ຳວັນທີ 13 ພຶດສະພາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ ແລະ ນະຄອນ ຮ່າໂນ້ຍ ຈັດຕັ້ງພິທີມອບລາງວັນການປະພັນ, ໂຄສະນາເຜີຍແຜ່ບັນດາບົດປະພັນວັດທະນະທຳສິລະປະ, ສື່ມວນຊົນ
ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ - ảnh 1 ທ່ານຫງວຽນເທ໋ກີ ກ່າວຄຳເຫັນທີ່ພິທີມອບລາງວັນ

ກ່ຽວກັບຫົວຂໍ້ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ” ໄລຍະທີ່ 1 (2016 - 2018). ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນ A 8 ລາງວັນ, ລາງວັນ B 34 ລາງວັນ, ລາງວັນ C 67 ລາງວັນ ແລະ ລາງວັນຊົມເຊີຍ 55 ລາງວັນ ໃຫ້ບັນດາບົດປະພັນ, ໂຄງການ, ໝູ່ຄະນະ, ສ່ວນບຸກຄົນຂຶ້ນກັບ 13 ຂະແໜງລົງເລິກການປະພັນ. ກ່າວຄຳເຫັນທີ່ພິທີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະພາທິດສະດີ, ຕຳໜິວິຈານວັດທະນະທຳ, ສິລະປະສູນກາງ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການມອບລາງວັນ ທ່ານຫງວຽນເທ໋ກີ ຖືວ່າ:

        “ໂດຍຜ່ານການມອບລາງວັນແຕ່ລະຄັ້ງ ພວກເຮົາລ້ວນແຕ່ໄດ້ພົບເຫັນບັນດາບົດປະພັນດີ, ມີຄຸນນະພາບສູງ. ໃນການຈັດຕັ້ງມອບລາງວັນກ່ວາ 10 ປີຜ່ານມາ, ນີ້ແມ່ນການມອບລາງວັນຄັ້ງທີ 5. ພວກເຮົາຕີລາຄາວ່າ ໃນຄັ້ງນີ້ຈຳນວນນັກປະພັນ, ບົດປະພັນເຂົ້າຮ່ວມການເສັງເປັນຈຳນວນຫລວງຫລາຍ, ມີຄຸນນະພາບດີ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສຶກສາ, ບຳລຸງສ້າງແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ