ຮຽກຮ້ອງລົງທຶນພັດທະນາເຂດທ່ອງທ່ຽວແຫ່ງຊາດໂມກເຈົາ

ຮຽກຮ້ອງລົງທຶນພັດທະນາເຂດທ່ອງທ່ຽວແຫ່ງຊາດໂມກເຈົາ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 16/12, ຢູ່ ຮ່າ​ໂນ້ຍ, ແຂວງ ເຊີນ​ລາ ໄດ້​ສົມ​ທົບ​ກັບ​ທະ​ນາ​ຄານ​ການ​ຄ້າ​ຫຸ້​ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV) ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ປະ​ກາດ​ແຫຼ່ງ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ​​ລົງ​ທຶນ​ເຂົ້າ​ແຂວງ ເຊີນ​ລາ, ພິ​ເສດ​ແມ່ນ​ຮຽກ​ຮ້ອງ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໂມກ​ເຈົາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ເປັນ​ຈຳ​ນວນຫຼ​າຍ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ເກີ່ມງອກ​ມິງ, ປະ​ທານ​​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນແຂວງ ເຊີ​ນ​ລາ ໃຫ້​ຮູ້​ວ່າ: ວັນ​ທີ 12/11/2014, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ “ແຜນ​ຜັງ​ສັງ​ລວມ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໂມກ​ເຈົາ, ແຂວງ​ເຊີນ​ລາ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030”. ດ້ວຍ​ແຜນ​ຜັງ​ນີ້, ການ​ລົງ​ທຶນ​ເຂົ້າ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໂມກ​ເຈົ​າ ຈະ​ມີ​ໂອ​ກາດ​ບື່ນ​ຕົວ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໂມກ​ເຈົ​າ ນອນ​ໃນ​ບໍ​ລິ​ເວນ​ເມືອງ ໂມກ​ເຈົາ ແລະ ເວີນ​ໂຮ່, ມີ​ຍອດ​ເນື້ອ​ທີ​ທຳ​ມະ​ຊາດ​ກ່​ວາ 200.000 ha. ຈຸດ​ໝາຍ​ພັດ​ທະ​ນາເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໂມກ​ເຈົ​າ ທີ່​ໄດ້​ຍົກ​ອອກ​ມາ​ໃນ​ແຜນ​ຜັງ​ລວມ​ແມ່ນ: ກາຍ​ເປັນ​ເຂດ​ກຳ​ລັງ​ໜູ​ນພັດທະ​ນາ​ທ່ອງ​ທ່ຽວ​ຂອງ​ແຂວງ ເຊີນ​ລ​າ ແລະ ເຂດ​ທ່ອງ​ທ່ຽວ​ພູ​ພຽງ​ພາກ​ເໜືອ. ຈຸດ​ໝາຍ​ຮອດ​ປີ 2020, ເຂດນີ້​ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 1,2 ລ້ານ​ເທື​່ອ​ຄົນ.


ຂ່າວ/ບົດ​ອື່ນ