ເກຼັກຍົກອອກແຜນການປະຕິຮູບໃໝ່

ເກຼັກຍົກອອກແຜນການປະຕິຮູບໃໝ່ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼ​ັກ Alexis Tsipras
 (ພາບ: AFP/TTXVN)

(vovworld) – ວັນ​ທີ 9/6, ເກຼັກ ໄດ້​ນຳ​ສະ​ເໜີ​ແຜນ​ການ​ປະ​ຕິ​ຮູບ​ໃໝ່ ​ຕໍ່​ສະ​ຫະ​ພາບ ເອີ​ລົບ (EU) ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ພາຍຫຼັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັ​ກ Alexis Tsipras ກ່າວ​ເຕືອນ​ເລື່ອງ​ປະ​ເທດນີ້ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ ອາດ​ຈະ​ພາ​ໄປ​ເຖິງ​ການ​ລົ້ມ​ລະ​ລາຍ​​ພາກ​ພື້ນ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ​ລວມ (eurozone). ຜູ້​​ທີ່ປຶກ​ສາ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Alexis Tsipras, ທ່ານ Nikos Pappas ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Euclid Tsakalotos ໄດ້​ຮຽບ​ຮຽງ​ເອ​ກະ​ສານ 2 ສະ​ບັບ​ເພີ່ມ​ເຕີ​ມ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ປະ​ຕິ​ຮູບ​ໃໝ່​ຂອງ​ ເກຼັກ ແລະ ສົ່ງ​ເຖິງ​​ກຳ​ມະ​ການ ອີ​ຢູ ຮ​ັບ​ຜິດ​ຊອບ​ບັນ​ຫາ​​ເງິນຕາ Pierre Moscovici. ຈຸດ​ທີ່ຫຼັກ​ແຫຼ່ງ​ໃນ​ຂໍ້​ສະ​ເໜີ​ໃໝ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ມານ​ະ​ພະ​ຍາ​ຍາມ​ຂອງ ອາ​ແທນ ເພື່ອ​ແນ​ໃສ່​ຕໍ່​ກຳ​ນົດ​ເວ​ລາ​ຊຳ​ລະ​ບ້ວງ​ໜີ້​ໃຫ້​ແກ່​ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) ໃນ​ລະ​ດູ​ຮ້ອນ​ປີນີ້, ​ຊິ່ງ​ເຄີຍ​ຖືກ​ຖື​ວ່າ​​ເປັນ​ໄພ​ອັນ​ຕະ​ລາຍ​ຈະ​ຍູ້ ເກຼັກ ຕົກ​ເຂົ້າ​ສູ່​ສະ​ພາບ​ລົ້​ມ​ລະ​ລາຍ.


ຂ່າວ/ບົດ​ອື່ນ