ເກຼັກຖືກຖະແຫລງຢ່າງເປັນທາງການວ່າບໍ່ສາມາດຊຳລະຫນີ້ສິນໄດ້

ເກຼັກຖືກຖະແຫລງຢ່າງເປັນທາງການວ່າບໍ່ສາມາດຊຳລະຫນີ້ສິນໄດ້ - ảnh 1
ປະ​ຊາ​ຊົນ ເກຼັກ​ເດີນ​ຂະ​ບວນ​ຄັດ​ຄ້ານ​ນະ​ໂຍ​ບາຍ​ຮັດ​ເຂັມ​ຂັດ
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld)-​​ 3 ມື້ ພາຍ​ຫລັງ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ ເກຼັກ ຕ້ອງ​ຊຳ​ລະ​ຫນີ້​ສິນ​ໃຫ້​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ກອງ​ທຶນ​ຮັກ​ສາ​ການ​ເງິນ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​​ເອີ​ໂຣ​ໃຫ້ເປັນ​ປົກ​ກະ​ຕິ ໄດ້​​​ຖະ​ແຫລງຢ່າງ​ເປັນ​ທາງ​ການ​ວ່າ Athens ບໍ່​ສາ​ມາດ​ຊຳ​ລະ​ຫນີ້​ສິນ​ໄດ​້. ກອງ​ທຶນ​ຮັກ​ສາ​ການ​ເງິນພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ ຍົກ​ອອກ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ກ່ອນ​ທີ່​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ເກັຼກ ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຮັດ​ເຂັມ​ຂັດ ແຕ່ບໍ່​ສະ​ເຫນີ Athens ຕ້ອງ​ຊຳ​ລະ​ບັນ​ດາ​ບ້​ວ​ງ​ຫນີ້ຢ່າງ​ທັນ​ທີ. ຜູ້​ອຳ​ນວຍ​ການ​​ກອງ​ທຶນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ເລື່ອງ​ຍົກ​ອອກ ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ພວມກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ ແລະ ຈະ​ເຮັດ​ໃຫ້​ພື​້ນ​ຖານ​ເສດ​ຖະ​ກິດ ກໍ​ຄື​ລັດ​ຖະ​ບານ, ປະ​ຊາ​ຊົນ ເກ​ັຼກ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ