ເກຼັກຢາກລົງນາມໃນຂໍ້ຕົກລົງສຸດທ້າຍກັບບັນດາເຈົ້າໜີ້ກ່ອນວັນທີ20/08ຈະມາເຖິງ

ເກຼັກຢາກລົງນາມໃນຂໍ້ຕົກລົງສຸດທ້າຍກັບບັນດາເຈົ້າໜີ້ກ່ອນວັນທີ20/08ຈະມາເຖິງ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 21/07, ລັດຖະບານ​ເກຼັກ ​ໃຫ​້ຮູ້​ວ່າ, ປະ​ເທດ​ນີ້​ຢາກ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງການ​ກູ້​ຊ່ວຍ​ກັບ​ບັນດາ​ເຈົ້າ​ໜີ້ ກ່ອນ​ວັນ​ທີ 20/08 ຈະ​ມາ​ເຖິງ. ຖະ​ແຫຼ​ງການ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ຂະນະ​ທີ່​ສະພາ​ແຫ່ງ​ຊາດ​ເກຼັກ ກະກຽມ​ປ່ອນບັດ​ໃຫ້​ຮ່າງ​ກົດໝາຍ​ສະບັບ​ທີ 2 ທີ່ກ່ຽວຂ້ອງ​ເຖິງການ​ປະຕິ​ຮູບ​ຮັດ​ເຂັ້ມ​ຄັດ ຕາມ​ຄຳ​ຮຽກຮ້ອງ​ຂອງ​ບັນດາ​ປ​ະ​ເທດ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ​ເອີ​ລົບ (Eurozone). ​ໂຄສົກ​ລັດຖະບານ​ເກຼັກ Olga Gerovassili ​ໃຫ້​ຮູ​້ວ່າ, ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ປ່ອນ​ບັດ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ທີ 2 ນີ້, ລັດຖະບານ​ຈະ​ເຊື່ອມ​ຕໍ່​ບັນດາການ​ເຈລະຈາ​ກັບສະຫະພາບ​ເອີ​ລົບ (EU), ທະນາຄານ​ສູນ​ກາງ​​ເອີ​ລົບ (ECB) ​ແລ​ະ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ມັນ​ຈະ​ຖືກ​ແກ່ຍາວ​ຮອດ​ວັນ​ທີ 20/08. ວັນ​ທີ 20/08 ກໍ່​ແມ່ນ​ຈຸດ​ເວລາ​ສຸດ​ທ້າຍ​ເພື່ອ​ໃຫ້​​ເກຼັກ ຊຳລະ​ບ້ວງ​​​ໜີ້​ສິນ 3,2 ຕື້​ເອີ​ໂລ ​ໃຫ້ ECB, ຫຼັງ​ຈາກ​ນັ້ນ, ປະ​ເທດ​ນີ້​ຕ້ອງ​ຊຳລະ​ບ້ວງ​ເງິນ 1,5 ຕື້ເອີ​ໂລໃຫ້ IMF ​ໃນ​ເດືອນ 09 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ