ເກີດການປະທະກັນຕະຫຼອດຄືນຢູ່ຄ້າຍຊາວອົບພະຍົບ ປາແລດສະຕິນ ຢູ່ ລີບານ

(VOVWORLD) - ເຫດການເກີດຂຶ້ນໃນສະພາບການບັນດາຝ່າຍ ປະກອບອາວຸດຂອງຊາວ ປາແລດສະຕິນ ຢູ່ Ein el-Hilweh ເພີ່ມທະວີການປາບປາມບັນດາກຸ່ມ ຊາວມຸດສະລິມຫົວຮຸນແຮງ.
ເກີດການປະທະກັນຕະຫຼອດຄືນຢູ່ຄ້າຍຊາວອົບພະຍົບ ປາແລດສະຕິນ ຢູ່ ລີບານ - ảnh 1ເຮືອນຊານຢູ່ Ein el-Hilweh ຫຼາຍແຫ່ງຖືກເປເພຫຼັງການປະທະກັນ
(ພາບ: AFP/TTXVN )

ວັນທີ 8 ກັນຍາ, ສຳນັກຂ່າວສານ NNA  ຂອງລີບານ ໄດ້ໃຫ້ຂ່າວກ່ຽວກັບການ ປະທະກັນຕະຫຼອດຄືນ ເກີດຂຶ້ນຢູ່ຄ້າຍຊາວອົບພະຍົບ ໃຫຍ່ສຸດຂອງຊາວ ປາແລດສະຕິນ ຢູ່ທາງທິດໃຕ້ຂອງ ລິີບານ, ເຮັດໃຫ້ 20 ຄົນຖືກບາດເຈັບ. ການປະທະກັນເກີດຂຶ້ນໃນວັນທີ 7 ກັນຍາ, ຢູ່ເຂດທາງທິດເໜືອຂອງຄ້າຍຊາວອົບພະຍົບມີຊື່ວ່າ Ain al-Helweh ເປັນຕົ້ນ, ນອນໃນ ເຂດຊານນະຄອນກຳ່ປັ່ນ Sidon. ເຫດການເກີດຂຶ້ນໃນສະພາບການບັນດາຝ່າຍ ປະກອບອາວຸດຂອງຊາວ ປາແລດສະຕິນ ຢູ່ Ein el-Hilweh ເພີ່ມທະວີການປາບປາມບັນດາກຸ່ມ ຊາວມຸດສະລິມຫົວຮຸນແຮງ. ນັບສິບຄອບຄົວ ມີເດັກນ້ອຍຕ້ອງ ອອກຈາກຄ້າຍອົບພະຍົບ ຫຼື ຊອກບ່ອນຫຼີ້ໄພຊົ່ວຄາວຢູ່ໂບດ ອິດສະລາມ ແຫ່ງໜຶ່ງຢູ່ໃກ້ໆນັ້ນ. NNA ໃຫ້ຮູ້ວ່າ: ບັນດາການນຳຂອງ ລີບານ ແລະ ປາແລດສະຕິນ ໄດ້ເພີ່ມທະວີການຕິດຕໍ່ພົວພັນນຳກັນ ເພື່ອແນໃສ່ສ້າງ ຄວາມເປັນລະບຽບຮຽບຮ້ອຍຢູ່ ຄ້າຍອົບພະຍົບຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ