ເກີດ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​​ໃນ​ງານນະມັດສະການ ຢູ່​ອິດ​ສະ​ລາ​ແອັນ

(VOVWORLD) -ເຫດການໄດ້ເກີດຂຶ້ນຢູ່ພູ Meron, ເມື່ອຊາວຢິວ ນັບສິບພັນຄົນ ພວມເຂົ້າຮ່ວມງານນະມັດສະການປະຈຳ ປີ ໃນວັນບຸນ Lag BaOmer ຢູ່ອ້ອມຂ້າງສຸສານທີ່ມີຊື່ສຽງຂອງບາດຫຼວງ Shimon Bar Yocha.
ເກີດ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​​ໃນ​ງານນະມັດສະການ ຢູ່​ອິດ​ສະ​ລາ​ແອັນ - ảnh 1ສະຖານທີ່ເກີດເຫດ (ພາບ: TTXVN)

ສື່ມວນຊົນທ້ອງຖິ່ນ ໄດ້ລົງຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 38 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 100 ຄົນ ໃນເຫດຢຽບກັນເກີດຂຶ້ນໃນຕອນເຊົ້າວັນທີ 30 ເມສາ ຢູ່ງານນະມັດສະການ ໂດຍມີຫຼາຍຄົນເຕົ້າໂຮມຢູ່ພາກເໜືອ ອິດສະລາແອັນ.

ເຫດການໄດ້ເກີດຂຶ້ນຢູ່ພູ Meron, ເມື່ອຊາວຢິວ ນັບສິບພັນຄົນ ພວມເຂົ້າຮ່ວມງານນະມັດສະການປະຈຳ ປີ ໃນວັນບຸນ Lag BaOmer ຢູ່ອ້ອມຂ້າງສຸສານທີ່ມີຊື່ສຽງຂອງບາດຫຼວງ Shimon Bar Yocha. ປັດຈຸບັນ ຍັງບໍ່ຮູ້ຢ່າງຈະແຈ້ງເຫດຜົນພາໄປເຖິງເຫດການດັ່ງກ່າວເທື່ອ, ແຕ່ ການລາຍງານເບື້ອງຕົ້ນຖືວ່າ ມີເວທີຂອງລາຍການສະແດງດົນຕີປະສານສຽງຖືກພັງທະລາຍ. ອົງການການບໍລິການກູ້ຊີບດ່ວນ ໃຫ້ຮູ້ວ່າ ພວມປິ່ນປົວໃຫ້ແກ່ 50 ຄົນ, ໃນນັ້ນມີ 20 ຄົນຢູ່ໃນສະພາບການເຈັບສາຫັດ

ຕອບກັບ

ຂ່າວ/ບົດ​ອື່ນ