ເກີດເຫດຂົວພັ່ງຖະຫຼົ່ມ ຢູ່ອິນເດຍເຮັດໃຫ້ຢ່າງໜ້ອຍສຸດມີ 130 ຄົນຖືກເສຍຊີວິດ

(VOVWORLD) - ທ່ານນາງປະທານາທິບໍດີ Droupadi Murmu ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວໂດຍທັນທີ
ເກີດເຫດຂົວພັ່ງຖະຫຼົ່ມ ຢູ່ອິນເດຍເຮັດໃຫ້ຢ່າງໜ້ອຍສຸດມີ 130 ຄົນຖືກເສຍຊີວິດ - ảnh 1ເຫດຂົວຂ້າມແມ່ນ້ຳ Machchu, ຂຶ້ນກັບເທດສະບານ Morbi, ລັດ Gujarat, ທາງທິດຕາເວັນຕົກປະເທດ ອິນເດຍ  ພັງຖະຫຼົ່ມຂຶ້ນເຖິງກ່ວາ 130 ຄົນ (ພາບ:PTI/TTXVN)

ວັນທີ 30 ຕຸລາ, ຈຳນວນຜູ້ຖືກເສຍຊີວິດໃນເຫດຂົວຂ້າມແມ່ນ້ຳ Machchu, ຂຶ້ນກັບເທດສະບານ Morbi, ລັດ Gujarat, ທາງທິດຕາເວັນຕົກປະເທດ ອິນເດຍ  ພັງຖະຫຼົ່ມຂຶ້ນເຖິງກ່ວາ 130 ຄົນ. ການເຄື່ອນໄຫວກູ້ໄພກູ້ຊີບຖືກດຳເນີນຢ່າງຮີບດ່ວນ. ລັດຖະບານ ອິນເດຍ ໄດ້ສ້າງຕັ້ງກົມກອງພິເສດລວມສະມາຊິກ 5 ຄົນເພື່ອດຳເນີນການສືບສວນກ່ຽວກັບເຫດການດັ່ງກ່າວ.

        ທ່ານນາງປະທານາທິບໍດີ Droupadi Murmu ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວໂດຍທັນທີ. ທ່ານນາງປະທານາທິບໍດີ Droupadi Murmu ພາວະນາຂໍໃຫ້ມີຄວາມປອດໄພ ແລະ ຄວາມຜາສຸກໃຫ້ທຸກໆຄົນ, ພ້ອມທັງຫວັງວ່າ ບັນດາຜູ້ຖືກຮັບບາດເຈັບຈະກັບຄືນສູ່ປົກກະຕິໂດຍໄວ. ທ່ານນາຍົກລັດຖະມົນຕີ Narendra Modi ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວກູ້ໄພກູ້ຊີບພວມຖືກດຳເນີນໄປຢ່າງຮີບດ່ວນ ແລະ ລັດຖະບານພວມສະໜອງການໜູນຊ່ວຍທີ່ຈຳເປັນໃຫ້ແກ່ບັນດາຜູ້ຖືກຜົນສະທ້ອນ.

        ຂົວແຫ່ງນີ້ມີຄວາມຍາວ 230 ເມັດ ແລະ ມີອາຍຸເກືອບ 100 ປີແມ່ນສະຖານທີ່ທ່ຽວທ່ຽວຂອງທ້ອງຖິ່ນ ແລະ ດຶງດູດແຂກທ່ອງທ່ຽວໃນໂອກາດທ້າຍອາທິດ ຫຼື ງານບຸນຕ່າງໆ. ເຂດດັ່ງກ່າວບໍ່ມີລະບົບໄຟຟ້າດັ່ງນັ້ນການເຄື່ອນໄຫວກູ້ໄພກູ້ຊີບໃນຍາມຄ່ຳຄືນແມ່ນມີຄວາມຈຳກັດຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ